ຈາກເຫດການທີ່ປະທານໂຈໄດ້ໂພສລົງເຟສບຸກສ່ວນໂຕວ່າ : ຫຼາຍຄົນເຫັນນ້ອງຜູ້ຕິດໂຄວິດແລ້ວສະເທືອນໃຈ ແຕ່ທີ່ໜ້າສະເທືອນໃຈຫຼາຍກວ່ານັ້ນຄືສອງຄົນຕິດໂຄວິດຄືກັນທັງສາມເອື້ອຍນ້ອງ


ຈາກໂພສດັ່ງກ່າວເຮັດໃຫ້ຜູ້ໃຊ້ເຟສບຸກ Tek phetphachanh ເກີດຄວາມບໍ່ພໍໃຈແລະໄດ້ໂພສຕອບກັບວ່າ : ໃຜຮູ້ຈັກມັນແດ່…ບອກມັນໂທກັບກູດວ່ນດຸ…ຢູ່ລ້າຫລາຍຈົນເມື່ອຍແມ່ນບໍ່..ມາລົມກັນເບິ່ງດຸຈັກບາດລະເອົາຄົນທີ່ຢືນຢັນມາລົມພອ້ມ..ຂ່າວໃດຂ່າວແທ້ຂ່າວປອມເຈົ້າຄວນເບິ່ງດີໆບໍ່ແມ່ນຢາກເອົາຫຍັງມາໂພສກະໂພສມັນເສຍຫາຍຄົນອື່ນ..ຊຳ່ນີ້ສະພາບບ້ານເມືອງກະເຂັງຕຶງພໍແຮງແລ້ວ..ຮີບໂທກັບມາເດີ້ຖ້າຢູ່

ລ່າສຸດປະທານໂຈໄດ້ອອກມາໄລ໌ສົດຂໍໂທດແລ້ວ ຝາກຂໍໂທດອ້າຍແຕັກ ແລະ ກີ່ງ ສຳຫລັບຂໍ້ມູນທີ່ຜິດ ທີ່ໄດ້ຂຽນໄປ ບໍ່ມີຄຳແກ້ໂຕຫຍັງ ໄດ້ຂຽນຜິດໄປແທ້ ວ່າລູກພວກເຈົ້າຕິດໂຄວິດ ທັ້ງທີ່ຂໍ້ມູນບໍ່ຖືກຕ້ອງ

ຊົມຄຣີບ