ການຍອມແພ້ຄືຄວາມຜິດພາດອັນໃຫ່ຍຫຼວງ ຂອງ ແຈ໊ກມ່າ ກ່າວ

ໃນເວລານີ້ຄົງບໍ່ມີໃຜບໍ່ຮູ້ຈັກ ແຈັກມ່າ ຜູ້ກໍ່ຕັ້ງ ບໍລິສັດ e-commerce ລາຍໃຫ່ຍຂອງຈີນ ທີ່ປະສົບຄວາມສໍາເລັດຢ່າງງົດງາມ ຈົນເຮັດໃຫ້ ແຈັກມ່າ ກາຍເປັນບຸກຄົນທີ່ລໍ້າລວຍທີ່ສຸດໃນປະເທດຈີນ ຕົວລາວເອງເລີ່ມຈາກການມີລາຍໄດ້ພຽງເດືອນລະ 1 ແສນກວ່າກີບ ໂດຍການເປັນພຽງຄູສອນພາສາອັງກິດ ຈົນມາຮອດມື້ນີ້ລາວມີຊັບສິນເປັນມູນຄ່າຫຼາຍກວ່າ 2 ໝື່ນລ້ານ ໂດລາສະຫະລັດ ແລະ ມື້ນີ້ເຮົາມີ 4 ປະໂຫຍກເດັດ ຈາກ ແຈັກມ່າ ກ່ຽວກັບ ເຄັດລັບສູ່ຄວາມສໍາເລັດໃນແຕ່ລະຊວ່ງອາຍຸ.

1. ກ່ອນອາຍຸ 20 ຫາ 25 ປີ ບໍ່ຕ້ອງຫວ່ງ ຫຼື ວິຕົກກັງວົນ ຢ້ານວ່າສິ່ງທີ່ຕົນເອງກໍາລັງເຮັດຢູ່ນັ້ນຈະເກີດຄວາມຜິດພາດຫຼາຍເກີນໄປ ຈົນເຮັດໃຫ້ຕົນເອງບໍ່ກ້າທີ່ຈະຕັດສິນໃຈເຮັດພາລະກິດໃຫ່ຍໆໃນຊີວິດເລີຍ ແຈັກມ່າ ກ່າວວ່າ ຄົນເຮົາເມື່ອເຮັດຜິດແລ້ວກໍ່ຮູ້ຈັກທີ່ຈະຍອມຮັບ ແລະ ສໍານຶກກັບສິ່ງທີ່ຕົນເອງເຮັດຜິດ ແລ້ວລຸກຂຶ້ນມາໃໝ່ເຮັດມັນໃຫ້ດີທີ່ສຸດ ຜິດພາດໃຫ້ເຕັມທີ່ ຮຽນຮູ້ໃຫ້ເຕັມທີ່ ເບິ່ງຄືກັບວ່າມັນເປັນບົດຮຽນລາຄາແພງສໍາລັບຕົວເຮົາ ບໍ່ມີໃຜທີ່ຈະມາສອນເຮົາໄດ້ດີເທົ່າກັບຄວາມຜິດພາດຂອງຕົວເຮົາສອນເຮົາເອງ ກ່ອນອາຍຸຈະຮອດ 20 ປີ ຈົ່ງເຮັດຕົວເປັນນັກຮຽນຮູ້ທີ່ດີ ເປັນຄືດັ່ງນໍ້າທີ່ບໍ່ເຕັມແກ້ວ ໃຊ້ເວລາໃນຊ່ວງນີ້ ຮຽນຮູ້, ຊຶມຊັບ ແລະ ສັ່ງສົມປະສົບການໃນຊີວິດໄວລຸ້ນໃຫ້ໄດ້ຫຼາຍທີ່ສຸດ.

2. ກ່ອນຈະເຖິງອາຍຸ 30 ປີ ໃນຊ່ວງເວລານີ້ຂອງຊີວິດ ຫຼາຍຄົນກໍ່ເລີ່ມທີ່ຈະສ້າງເນື້ອສ້າງຕົວ ເລີ່ມເຮັດວຽກກັບບໍລິສັດ ແລະ ອົງການຕ່າງໆ ແຕ່ເຈົ້າຮູ້ບໍ່ວ່າມັນບໍ່ສໍາຄັນເລີຍວ່າຕອນນີ້ເຈົ້າກໍາລັງເຮັດວຽກຢູ່ໃສ ບໍລິສັດໃຫ່ຍນ້ອຍພຽງໃດ ບໍລິສັດທີ່ທ່ານກໍາລັງເຮັດວຽກຢູ່ເປັນພຽງສິ່ງຢືນຢັນວ່າປະລິນຍາທີ່ທ່ານໄດ້ຮັບມານັ້ນສາມາດສ້າງຖານເງິນເດືອນໃຫ້ຕົວເຈົ້າໄດ້ ສິ່ງທີ່ສໍາຄັນທີ່ສຸດໃນຊວ່ງຊີວິດຂອງໄວທໍາງານແມ່ນມັນຂຶ້ນຢູ່ທີ່ວ່າຫົວໜ້າຂອງເຈົ້າແມ່ນໃຜ ຫົວໜ້າທີ່ດີເຂົາຈະສອນໃຫ້ເຮົາຮູ້ຈັກການຮຽນຮູ້ທີ່ຕ່າງອອກໄປຈາກແບບເດີມ ເຂົາຈະສອນໃຫ້ເຮົາສາມາດຢືນຢັດຢູ່ໄດ້ດວ້ຍຄວາມສາມາດຂອງຕົວເຮົາເອງ ເຂົາສົ່ງເສີມເຮົາໄປໃນທິດທາງທີ່ດີ ໂດຍການໃຫ້ຄໍາແນະນໍາເມື່ອເຮົາພົບບັນຫາຕ່າງໆ ແລະ ທີ່ສໍາຄັນເຂົາຈະຍິນດີກັບຜົນສໍາເລັດຂອງເຮົາຈາກໃຈຈິງ ເມື່ອເຈົ້າພົບກັບຫົວໜ້າທີ່ດີແລ້ວ ກໍ່ຈົ່ງ ປະຕິບັດ ແລະ ຮຽນຮູ້ໃນສິ່ງທີ່ດີຂອງເຂົາແລ້ວມາປະຍຸກໃຊ້ກັບຕົນເອງໃຫ້ເກີດປະໂຫຍດສູງສຸດ.

3. ຊ່ວງໄວ 40 ຫາ 50 ປີ ເຈົ້າຈະຕ້ອງເຮັດວຽກໃຫ້ຊໍານານທີ່ສຸດ ຈົ່ງຢ່າພະຍາຍາມທີ່ຈະໄປຊອກຫາວຽກງານປະເພດໃໝ່ໆເລີຍ ເພາະມັນສາຍເກີນໄປເສຍແລ້ວທີ່ຈະເລີ່ມຕົ້ນໃນການຮຽນຮູ້ວຽກໃໝ່ ຈົ່ງທໍາຄວາມເຂົ້າໃຈ ແລະ ຮຽນຮູ້ທີ່ຈະຮັກວຽກທີ່ທ່ານກໍາລັງເຮັດຢູ່ ເພາະເມື່ອເຮົາຮັກໃນສິ່ງທີ່ເຮົາກໍາລັງເຮັດຢູ່ ແລ້ວຜົນຂອງມັນກໍ່ຈະດີອອກມາໃນຕົວຂອງມັນເອງ. ແຕ່ຖ້າຫຼີກລ້ຽງບໍ່ໄດ້ແທ້ໆ ເຮັດດີທີ່ສຸດແລ້ວ ກໍ່ຍັງບໍ່ດີ ບໍ່ມີການພັດທະນາຂຶ້ນ ບາງຄັ້ງການເລີ່ມຕົ້ນໃໝ່ໃນສາຍງານທີ່ໃກ້ຄຽງກັບສິ່ງທີ່ເຮົາເຄີຍເຮັດກໍ່ອາດຈະນໍາພາເຮົາໄປສູ່ການປ່ຽນແປງທີ່ດີຂຶ້ນກໍ່ເປັນໄປໄດ້ ຈົ່ງຢ່າຍອມແພ້ ແລະ ປະຖິ້ມຄວາມຝັນອັນຍິ່ງໃຫ່ຍຂອງຕົວເຮົາເອງ.

4. ເມື່ອອາຍຸຫຼາຍກວ່າ 60 ປີ ຈົ່ງໃຊ້ເວລາກັບຕົນເອງ ແລະ ຄົນທີ່ເຮົາຮັກໃຫ້ເຕັມທີ່ ເພາະນີ້ເປັນເວລາທີ່ເຮົາຄວນຈະພັກຜ່ອນໃຫ້ຫຼາຍທີ່ສຸດ ຫຼຸດຜ່ອນຄວາມຕຶງຄຽດ ແລະ ຖອຍອອກຈາກການເຮັດວຽກງານປະຈໍາ ແລ້ວຫັນມາໃຊ້ຊີວິດທາມກາງຄວາມສຸກຕາມທີ່ໃຈເຮົາຕ້ອງການ ເຊິ່ງຄວາມສຸກນີ້ເອງຈະເປັນຕົວຊີວັດວ່າເຮົາປະສົບຜົນສໍາເລັດພຽງໃດ.

ການທີ່ຈະປະສົບຜົນສໍາເລັດໃນທຸກໆເລື່ອງນັ້ນ ມັນບໍ່ແມ່ນເລື່ອງທີ່ຍາກ ແລະ ງ່າຍຈົນເກີນໄປ ພຽງແຕ່ເຈົ້າມີຄວາມມຸ້ງໝັ້ນ ແລະ ບໍ່ຍອມທໍ້ຖອຍຕໍ່ອຸປະສັກທີ່ເກີດຂຶ້ນ ແລວ້ພ້ອມທີ່ຈະລຸກຂຶ້ນສູ້ເຈົ້າກໍ່ສາມາດກ້າວຜ່ານບັນຫາເຫຼົ່ານັ້ນໄດ້ ຈົນໃນທີ່ສຸດແລ້ວເຈົ້າກໍ່ຈະໄດ້ຮັບຜົນສໍາເລັດຕາມທີ່ໃຈຕ້ອງການ

About admin

Check Also

7 ເຫດຜົນ! ເປັນຫຍັງຜູ້ຊາຍສ່ວນຫລາຍຈຶ່ງບໍ່ກ້າຈີບຜູ້ຍິງງາມໆ

ຢ້ານເອົາໃຈບໍ່ຖືກ: ມັກຈະຖືກເຂົ້າໃຈຜິດປະຈໍາ ຜູ້ຍິງງາມມັກເລື້ອງມາກ ເອົາໃຈຍາກ ນັ້ນກໍ່ບໍ່ເອົານີ້ກໍ່ບໍ່ຖືກ ກິນເຂົ້າແຄມທາງບໍ່ໄດ້ ຕ້ອງອາຫານຫລູ 5 ດາວ ອາຫານຕ້ອງສະອາດຕ້ອງມີຜັກ 3 ສີໃນຈານ ທຸກວັນສໍາຄັນຕ້ອງມີຂອງຂວັນ ຂອງຂວັນຕ້ອງລະດັບໄຮ ມັນກໍ່ມີຈິງຄົນງາມແບບນີ້ …

Leave a Reply

Your email address will not be published. Required fields are marked *