ສາວເລົ່າປະສົບການ ເກືອບດັບຍ້ອນດື່ມກາເຟ ເຖິງຂັ້ນວິກິດຈິດຕົກໃນຂະນະຂັບລົດ.

ເຟສບຸກໄດ້ໂພສແຊຣ໌ປະສົບການຂອງຜູ້ຍິງຄົນໜຶ່ງ ຫຼັງອາການວິກິດເພາະກິນກາເຟ ໂດຍລະບຸວ່າ ນາງໄດ້ກິນກາເຟເຂົ້າໄປ ເຊິ່ງປົກກະຕິດົນໆນາງຈະດື່ມເທື່ອໜຶ່ງ ແຕ່ສົງໃສວ່າກາເຟຈອກນັ້ນອາດຈະເຂັ້ມເກີນໄປ ແຕ່ສະແດງອາການອອກມາໃນຂະນະກຳລັງຂັບລົດກັບເຮືອນຫຼັງເລີກວຽກ

ນາງເລີ່ມມີອາການອຶດອັດແຕ່ກໍ່ຍັງຝືນຂັບລົດໄປຕໍ່ ກະທັງໄປຮອດເສັ້ນທາງໃຫ່ຍ ຕາຂອງນາງເລີ່ມມົວໆ ມືຊາແລະປັ້ນບັງຄັບພວງມາໄລບໍ່ໄດ້ ຊາໄປໝົດທັງຕົນໂຕ ລວມທັງເລີ່ມຫາຍໃຈໄວ ນາງຈຶ່ງພະຍາຍາມຕັ້ງສະຕິແລ້ວພະຍາຍາມຫາບ່ອນຈອດລົດ ແຕ່ບໍ່ສາມາດບໍ່ສາມາດຈັບມືຖືໂທຫາໃຜໄດ້ເພາະມືຈັງແລະຊາ.

ຈາກນັ້ນນາງກໍ່ພະຍາຍາມເອົາແກ້ວລົດລົງເພື່ອຈະຮ້ອງຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ແຕ່ກໍ່ບໍ່ມີໃຜຈອດ ຈົນມີແທັກຊີຄັນໜຶ່ງມາຈອດ ແລ້ວເປີດແກ້ວລົດຮ້ອງຖາມນາງ ແຕ່ນາງເວົ້າໄດ້ພຽງ “ຊ່ວຍຂ້ອຍແດ່ ຂ້ອຍບໍ່ໄຫວແລ້ວ” ກ່ອນທີ່ແທັກຊີຈະລົງມາຖາມອາການ ນາງຈຶ່ງໃຫ້ຊ່ວຍໂທຫາຄົນໃນຄອບຄົວແຕ່ບໍ່ມີໃຜຮັບສາຍ ແທັກຊີ່ຈຶ່ງຂັບລົດພານາງໄປສົ່ງໂຮງໝໍ ພໍມາຮອດໂຮງໝໍ

ໝໍກໍ່ຕ້ອງໄດ້ໃສ່ເຄື່ອງຊ່ວຍຫາຍໃຈເພາະນາງຫອບຫຼາຍ ແລ້ວສັກຢາໄປ1ເຂັມ ໂດຍຄົນຂັບແທັກຊີກໍ່ນັ່ງຖ້າຢູ່ຫ້ອງສຸກເສີນ ຫຼັງຈາກອາການນາງດີຂຶ້ນແລ້ວ ນາງຈຶ່ງເອົາເງິນໃຫ້ຄ່າເສຍເວລາໃຫ້ແທັກຊີ ແຕ່ຄົນຂັບແທັກຊີບໍ່ຮັບໂດຍບອກວ່າບໍ່ເປັນຫຍັງເດີ ນາງຈຶ່ງຍົກມືນົບຂອບໃຈ ໂດຍທີ່ນາງນັ້ນລືມຖາມເບີແທັກຊີໄວ້ ແລະ ຢາກຈະຕອບແທນທີ່ມາຊ່ວຍເຫຼືອ ແຕ່ບໍ່ຮູ້ຈະຕິດຕໍ່ແນວໃດ ນາງຈື່ແຕ່ລົດແທັກຊີສີສົ້ມ ແຕ່ຈື່ທະບຽນລົດບໍ່ໄດ້.

ເຫດການເກີດຂຶ້ນຢູ່ຕ່າງປະເທດ

About admin

Check Also

ຊັອກວົງການບັນເທີງ! ປິດຕຳນານນັກຮ້ອງດັງ

ຊັອກວົງການບັນເທີງໄທ ປິດຕຳນານນັກຮ້ອງດັງ  ທັນວາ ລາສີທະນູ ເຈົ້າຂອງເພງດັງ ໄກ່ຕາຟາງ ເສຍຊີວິດຈາກໂຄວິດ ໃນໄວ 51 ປີ ຄົນວົງການເພງ ແລະ ແຟນຄຣັບແຫ່ໂພສອາໄລ ສະແດງຄວາມເສຍໃຈ ໂດຍ …

Leave a Reply

Your email address will not be published. Required fields are marked *