ຫຼວງພະບາງແຈ້ງ ໃຫ້ຄົ້ນຄວ້າຜ່ອນຜັນ ຫຼຸດຄ່າບໍລິການ-ເກັບຈ່າຍລາຍວັນໃຫ້ແມ່ຄ້າ

ຫຼວງພະບາງແຈ້ງ! ໃຫ້ຄົ້ນຄວ້າຜ່ອນຜັນ ຫຼຸດຄ່າບໍລິການ-ເກັບຈ່າຍລາຍວັນໃຫ້ແມ່ຄ້າ

ໃນສະພາບປະຈຸບັນ, ຫຼາຍແຂວງໃນທົ່ວປະເທດ ລວມທັງ ແຂວງຫຼວງພະບາງ ໄດ້ມີມາດຕະການລ໋ອກດາວ (Lockdown), ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການທຸລະກິດຄ້າຂາຍ ແມ່ນໄດ້ກັກໂຕຢູ່ບ້ານເຮືອນ ບໍ່ສາມາດອອກໄປເຮັດວຽກ, ສ້າງລາຍໄດ້, ດໍາເນີນທຸລະກິດ, ຈັບຈ່າຍຊື້ສິນຄ້າ ແລະ ບໍລິການໄດ້ຢ່າງປົກກະຕິ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດປະຈໍາວັນຂອງພວກເຮົາ.

ດັ່ງນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຂໍຖືເປັນກຽດ ສະເໜີມາຍັງບັນດາທ່ານເຈົ້າຂອງຕະຫຼາດ ທຸກປະເພດ ທຸກຂະໜາດ (ຂະໜາດນ້ອຍ, ກາງ ແລະ ໃຫຍ່) ໃນທົ່ວແຂວງຫຼວງພະບາງ ເພື່ອເປັນການປຶກສາຫາລື ຄົ້ນຄວ້າຮ່ວມກັນ ກ່ຽວກັບນະໂຍບາຍຜ່ອນຜັນດ້ານລາຄາ ແລະ ຄ່າບໍລິການຕະຫຼາດ

ໂດຍສະເພາະ ແມ່ນນະໂຍບາຍຫຼຸດອັດຕາຄ່າເຊົ່າຫ້ອງແລະ ຄ່າເກັບຈ່າຍລາຍວັນໃຫ້ບັນດາແມ່ຄ້າຊາວຂາຍ ເປັນຕົ້ນ ແມ່ນກຸ່ມຂາຍສິນຄ້າ ປະເພດອາຫານ ແລະ ພືດຜັກຕ່າງໆ ທີ່ມາໃຊ້ບໍລິການຢູ່ໃນຂອບເຂດຕະຫຼາດຂອງທ່ານ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບອັນຮ້າຍແຮງຈາກກາລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້.
ທີ່ມາ
