3ເຄັດລັບດູແລຜິວເພີ້ມຄວາມເຕັ່ງຕຶງອ່ອນກວ່າໄວ

1.ໂລຊັ່ນກະຊັບຜິວເປັນຕົວຊ່ວຍ
ເນື່ອງຈາກໂລຊັ່ນຈະມີສ່ວນຜະສົມຂອງສານອາຫານທີ່ສຳຄັນ ທີ່ຊ່ວຍຊະລໍການເສື່ອມໂຊມຂອງຜິວທີ່ມີຄວາມຢ່ອນຍານໃຫ້ເຕັ່ງຕຶງຫຼາຍຂື້ນ ບໍ່ວ່າຈະເປັນວິຕາມິນອີ ວິຕາມິນຊີ ເຊິ່ງຈະເຂົາໄປກະຕຸ້ນໃຫ້ຮ່າງກາຍເກີດການສ້າງຄໍລາເຈັນແລະອິລາສຕິນທີ່ຊັ້ນໃຕ້ຜິວໜັງ ຜິວທີ່ເສື່ອມສະພາບຍັງບໍ່ຫຼາຍຄວນຮີບໃຊ້ ເພາະຈະຫຼຸດປັນຫາຄວາມຢ່ອນຍານໄດ້ຫຼາຍກວ່າການໃຊ້ໃນຊ່ວງໄວທີ່ມີອາຍຸຫຼາຍແລ້ວ

2.ທາຄີມກັນແດດທຸກຄັ້ງທີ່ຕ້ອງອອກກາງແຈ້ງ
ສຳຄັນຫຼາຍກັບປັນຫາເລື່ອງແສງແດດ ຄວາມຮ້ອນແລະລັງສີຢູວີ ໂຕການທຳລາຍເຊວຜິວໃຫ້ເສື່ອມສະພາບແລະເກີດຮ່ອງຮອຍກ່ອນໄວໄວຂື້ນ ຍິ່ງຕ້ອງອອກກາງແຈ້ງໃນເວລາກາງເວັນຕະລອດດ້ວຍແລ້ວ ຍິ່ງຕ້ອງເລືອກໃຊ້ຄີມກັນແດດທີ່ມີຄ່າ SPF 30 ຂື້ນໄປເພື່ອໃຫ້ການປ້ອງກັນເຮັດໄດ້ຢ່າງມີປະສິດທິພາບ ສ່ວນທີ່ເຫຼືອຄືການທາຄີມກັນແດດທຸກ 1 ຊົ່ວໂມງ ຖ້າຈຳເປັນຕ້ອງຢູ່ກາງແຈ້ງເປັນເວລາດົນ ແມ້ຈະເບິ່ງແລ້ວຫຍຸ້ງຍາກແຕ່ເຜື່ອການເບິ່ງແຍງຜິວໃນອະນາດຄົດກໍ່ຖືວ່າຄຸ້ມຄ່າ

3.ນວດກະຕຸ້ນຜິວໃຫ້ກະຊັບຢ່າງສະໝ່ຳສະເໝີ
ການນວດຜິວຄືການກະຕຸ້ນຜິວໜັງຊັ້ນດີໃນອີກວິທີໜຶ່ງທີ່ເຮັດໄດ້ບໍ່ຍາກ ແຖມຈະໃຫ້ທ່ານຮູ້ສຶກຜ່ອນຄາບໄປກັບການຍືດເສັ້ນຍືດສາຍ ແລະຫຼຸດຄວາມຄຽດທີ່ເປັນໂຕການເຮັດໃຫ້ຜິວໜ້າເຖົ້າໄວອີກດ້ວຍ ໂດຍຫຼັກການໃນການນວດເພື່ອກະຕຸ້ນໃຫ້ເກີດຄວາມກະຊັບນັ້ນ ຈະໃຊ້ວິທີນວດເບົາໆເຊັ່ນການນວດສະປາຫຼືນວດນ້ຳມັນ ບໍ່ເນັ້ນລົງນ້ຳນັກແຮງ ເຊິ່ງວິທີນີ້ຈະດີຕໍ່ສຸຂະພາບຜິວ ເຮັດໃຫ້ຜິວເຕັ່ງຕຶງກະຊັບແລະຄືອອກກຳລັງຜິວໄປໃນໂຕດ້ວ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *