ຂ່າວທົ່ວໄປ

ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ສຶກສາອົບຮົມຜູ້ທີ່ຫລອກຂາຍໄກ່ຕີອອນລາຍ

ໃນວັນທີ 30 ເມສາ 2021 ນີ້ຢູ່ກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ເຈົ້າໜ້າທີຕໍາຫຼວດ (ກອງຄະດີ) ໄດ້ສຶກສາອົບຮົມຜູ່ກະທຳຜິດໃນການຫລອກຂາຍໄກ່ຕີອອນໄລໂດຍນໍາໃຊ້ຊື່ເຟັກບຸກແມ່ນ “ອິຄຽມ ຕົວອ້ວນ” ເຊີ່ງແມ່ນ ທ້າວ ເຄນ ອາຍຸ 23 ປີ, ຢູ່ບ້ານ ທ່າແພ, ເມືອງວຽງທອງ ເປັນເຈົ້າຂອງເຟັກບຸກ

ໂດຍອິງຕາມການແຈ້ງຄວາມຂອງນາງ ໄມປັນ ເຈົ້າຂອງຮ້ານແລກປ່ຽນເງິນຕາ ຄັ້ງວັນທີ 20 ເມສາ 2021 ພາຍຫຼັງໄດ້ຮັບການແຈ້ງທວງຈາກລູກຄ້າວ່າໄດ້ແຟັກເງິນຊື້ໄກ່ຕີທາງເຟັດບຸກເຂົ້າເລກບັນຊີຂອງຮ້ານແລກປ່ຽນເງິນຕາແຕ່ລູກຄ້າບໍ່ໄດ້ຮັບເອົາໄກ່ຕາມການຕົກລົງ ແລະ ຕາມການເກັບກໍາຂໍ້ມູນຕົວຈິງຂອງເຈົ້າໜ້າທີຕໍາຫຼວດວິຊາສະເພາະເມືອງວຽງທອງ

ໃນຊ່ວງເດືອນມີນາ 2021 ເປັນຕົ້ນມາ ທ້າວ ເຄນ …. ໄດ້ມີການຫລອກຂາຍໄກ່ຕີ ທາງອອນໄລ ໂດຍມີລູກຄ້າສັ່ງຊື້ໄກ່ຕີຈາກຜູ້ກ່ຽວ ຈໍານວນ 09 ຄົນ, ເຊີ່ງຜູ້ກ່ຽວໄດ້ບອກໃຫ້ລູກຄ້າແຟັກເງິນມາສໍາລະຄ່າໄກ່ ລ່ວງໜ້າ ໂດຍບອກໃຫ້ແຟັກເຂົ້າມາທາງເລກບັນຊີທະນາຄານ ຊື SALAKDAM SAYYAVONGSA ( ສະລັກດໍາ ໄຊຍະວົງສາ) ເຊີ່ງມີບາງຄັ້ງ, ບາງລູກຄ້າແມ່ນຜູ້ກ່ຽວບໍ່ໄດ້ຝາກໄກ່ໃຫ້ລູກຄ້າຕາມການຕົກລົງ

ໂດຍຜົນເສຍຫາຍທັງໝົດແມ່ນ ເງິນຈໍານວນ 3.420.000 ກີບ ແລະ ໄກ່ຕີ ຈໍານວນ 1 ໂຕ. ຕໍ່ກັບບັນຫານີ້ຜູ້ກ່ຽວໄດ້ຮັບສາລະພາບວ່າມີຄວາມຈິງແທ້. ສະນັ້ນ ເຈົ້າໜ້າທີຕໍາຫຼວດຈຶ່ງໄດ້ຮຽກຕົວ ທ້າວ ເຄນ ມາສຶກສາອົບຮົມ, ສ້າງບົດບັນທຶກຄໍາປະຕິຍານ ແລະ ປັບໃໝ, ໃຊ້ແທນຄ່າເສຍຫາຍທັງໝົດໃຫ້ແກ່ລູກຄ້າ ໂດຍມີພໍ່ແມ່ຜູ້ປົກຄອງແລະ ເຈົ້າໜ້າທີ່ເຂົ້າຮ່ວມເປັນສັກຂີພິຍານ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button