ໃນວັນທີ 1 ຕຸລາ 2020 ນີ້, ຢູ່ທີ່ຕຶກກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດ ສະຫະ ລັດອາເມຣິກາ ໄດ້ມອບລົດແພດ ພາກສະໜາມ Ford Everest
ຈຳນວນ 9 ຄັນ ມູນຄ່າຫຼາຍກວ່າ
600.000 ໂດລາ,ໃຫ້ແກ່ກະຊວງ ປ້ອງກັນປະເທດລາວ. ຕາງໜ້າ ກ່າວມອບໂດຍ ທ່ານ ດຣ ປີເຕີ ເຣມອນ ເອກອັກຄະລັດຖະທູດວິ ສາມັນ ຜູ້ມີອຳນາດເຕັມແຫ່ງ ສະ ຫະລັດອາເມຣິກາ ປະຈຳ ລາວແລະ ຕາງໜ້າກ່າວຮັບໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດລາວ ໂດຍການເປັນສັກຂີພິຍານຂອງພະນັກງານທີ່ ກ່ຽວຂອງທັງສອງຝ່າຍ.
ໂອກາດນີ້, ທ່ານຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຕາງໜ້າໃຫ້ຄະນະນຳ ກະຊວງປ້ອງກັນປະເທດ ສະ ແດງຄວາມຂອບໃຈຢ່າງສູງ ຕໍ່ກະຊວງປ້ອງກັນປະເທດ ສ ອາ
ເມຣິກາ ແລະ ຕີລາຄາສູງຕໍ່ການ ຊ່ວຍເຫຼືອຄັ້ງນີ້ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນ ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດໃຫ້ກັບວຽກ ງານເສນາຮັກ ຂອງກະຊວງປ້ອງ ກັນປະເທດລາວ ໃນການຮັບມື ກັບພາວະສຸກເສີນດ້ານການແພດ ແລະ ບັນເທົາທຸກໄພພິບັດດ້ານ ຕ່າງໆທີ່ອາດຈະເກີດຂຶ້ນ.