ເສົ້າສະຫຼົດໃຈ!. ພຣະອາຈານ ສຈ. ປອ ສັດຕະຍະປາລະ ມະຫາເຖຣະ ມໍລະນະກຳແລ້ວ

ຮ່ວມສະແດງຄວາມເສົ້າສະຫຼົດໃຈ “ພຣະມະຫາສະມະນະສານ ໄຫວ້ອາໄລຂອງ ປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປລາວ ຕໍ່ການການລະສັງຂານໄປ ຂອງພຣະອາຈານ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ ພຣະສັງຄະຣາດ ຂອງພະຣາຕິຍະສັງຄະມະຫາສະພາ ພຸດທະຄະຍາ ປະເທດອິນເດຍ, ເຈົ້າອະທິການ ແລະ ປະທານສູນວິປັດສະນາສາກົນ ພຸດທະຄະຍາ ຣັດພິຫານ, ອະດີດຫົວໜ້າພາກວິຊາ ພາສາປາລີ ແລະ ພຸດທະສາສະໜາ ສຶກສາ ມະຫາວິທະຍາໄລເດລີ ປະເທດອິນເດຍ.

“ນະມັດສະການ, ຄະນະປະທານສູນວິປັດສະນາກັມມະຖານສາກົນ ພຸດທະຄະຍາ ປະເທດອິນເດຍ ທີ່ເຄົາລົບ.

ໃນ ທີ່ປວງຊົນໃນທົ່ວສັງຄົມໂລກ ກໍາລັງຂຸ້ນຂ້ຽວກັນ ໃນການສະກັດກັ້ນ ຕ້ານທານ ແລະ ປ້ອງກັນພະຍາດ ໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ນັ້ນ ເຊິ່ງມີທັງການປິດເມືອງ, ປິດປະເທດ ເພື່ອບໍ່ໃຫ້ການແຜ່ລະບາດ ຂອງພະຍາດໂຄວິດ-19 ແຜ່ອອກໄປສູ່ວົງກວ້າງ ຂອງແຕ່ລະປະເທດໄດ້ນັ້ນ ນັບວ່າເປັນໄລຍະທີ່ຂັດສົນ ທຸກຄົນໃນສັງຄົມຕ້ອງໄດ້ຮ່ວມມືກັນຕ້ານພະບາດນີ້ຢ່າງຈິງຈັງ ແລະ ເຮັດໃຫ້ຄົນເຮົາ ກັບມາດໍາລົງຊີວິດໃໝ່ເປັນປົກກະຕິໃຫ້ໄດ້ໂດຍໄວ.

ວັນນີ້ວັນທີ 04 ພຶດສະພາ 2021, ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກເສົ້າໂສກສະລົດໃຈຢ່າງສຸດຊຶ້ງ ຫຼັງຈາກທີ່ໄດ້ ຮູ້ຂ່າວການລະສັງຂານໄປ ຂອງພຣະອາຈານ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ (His Holiness Sangharaja Prof. Dr. Satayapal Mahathera) ພຣະສັງຄະຣາດ ຂອງພະຣາຕິຍະສັງຄະມະຫາສະພາ ພຸດທະຄະຍາ ປະເທດອິນເດຍ, ເຈົ້າອະທິການ ແລະ ປະທານສູນວິປັດສະນາສາກົນ ພຸດທະຄະຍາ ຣັດພິຫານ, ອະດີດຫົວໜ້າພາກວິຊາ ພາສາປາລີ ແລະ ພຸດທະສາສະໜາ ສຶກສາ ມະຫາວິທະຍາໄລເດລີ ປະເທດອິນເດຍ.

ຂ້າພະເຈົ້າ ໃນນາມສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ຂໍແບ່ງເບົາຄວາມເສົ້າໂສກອາໄລ ມາຍັງຍາດຕິພີ່ນ້ອງ ຂອງພຣະອາຈານ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ, ຄະນະສົງອິນເດຍ ຜູ້ເປັນລູກສິດ, ການນໍາພັກລັດ ແລະ ຊາວພຸດອິນເດຍ ທີ່ໄດ້ສູນເສຍບຸກຄະລາກອນສົງອົງສໍາຄັນ ທີ່ເຄົາລົບໃນຄັ້ງນີ້.

ດັ່ງທີ່ພວກເຮົາທ່ານຮູ້ດີນຳກັນວ່າ ຮູບ ແມ່ນເກີດຂື້ນແລ້ວ ກໍຕັ້ງຢູ່ ເສື່ອມໂຊມໄປ ແລະ ແຕກສະລາຍໄປຕາມ ທໍາມະຊາດ ຂອງຊີວິດ ໂດຍພາຍໃຕ້ກົດແຫ່ງໄຕຣລັກຄື ອະນິດຈັງ (ຄວາມບໍ່ທຽງ), ທຸກຂັງ (ຄວາມທຸກ) ແລະ ອະນັດຕາ (ຄວາມບໍ່ມີຕົວຕົນ) ແລະ ສິ່ງເຫຼົ່ານີ້ ເກີດຂື້ນກັບທຸກສັບພະສັດທັງຫຼາຍທັງປວງ ທັງເທວະດາ, ມານ ແລະ ພຣົມ ບໍ່ມີຂໍ້ຍົກເວັ້ນ.
ການລະສັງຂານ ຂອງພຣະອາຈານໃຫຍ່ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ ແມ່ນເປັນການ ສູນເສຍຊັບພະຍາກອນສໍາຄັນ ຂອງຊາວພຸດໃນປະເທດອິນເດຍ ແຕ່ສິ່ງທີ່ຍັງຄົງຢູ່ກັບພວກເຮົາທຸກໆຄົນນັ້ນກໍຄື ຄວາມຊົງຈຳ ແລະ ກິດຈະກຳການສິດສອນທີ່ດີງາມຂອງເພິ່ນ ເຊັ່ນ ຄວາມເມດຕາ, ກະຣຸນາ, ມຸທິຕາ ແລະ ອຸເປກຂາ ຄວາມສຸກສະຫງົບສັນຕິ ໃນຄະນະສົງ ແລະ ຜູ້ທີ່ເຄົາຣົບສັດທາ.

ດ້ວຍການກະທຳອັນດີງາມ ແລະ ຄຸນງາມຄວາມດີຂອງເພິ່ນ ທີ່ໄດ້ກະທຳນັ້ນ ໂດຍສະເພາະແມ່ນ ການປະພຶດ ປະຕິບັດຕາມ ພຣະທັມວິໄນ ໄຕຣສິກຂາ ການຄໍ້າຈຸນ ອຸທິດຕົນຕໍ່ພຣະພຸດທະສາສະໜາ ຕະຫຼອດຊີວິດຂອງເພິ່ນ ຂໍໃຫ້ພຣະອາຈານໃຫຍ່ ຈົ່ງໄປເກີດບ່ອນທີ່ດີ ເຂົ້າເຖິງສຸຄະຕິສັມປະຣາຍະພົບ ຕະຫຼອດຈົນພຣະນິບພານ ພຸ້ນເທີ້ນ.
ນະຄອນຫຼວງວຽງຈັນ, ວັນທີ 04 ພຶດສະພາ 2021,ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ)ອົງຮັກສາການປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປລາວ.ຂ່າວການລະສັງຂານໄປຂອງ “ພຣະອາຈານໃຫຍ່ ສຈ. ປອ. ສັດຕະຍະປັນ ມະຫາເຖຣະ Most Venerable Satyapal Mahathera

ພຣະສັງຄະຣາດຝ່າຍພະຣາຕິຍະພຣະສົງ ແຫ່ງປະເທດອິນເດຍ ໄດ້ລະສັງຂານລົງໃນວັນທີ 04 ພຶດສະພາ 2021 ເວລາ 03:45 ໂມງ.”ພຣະອາຈານ ສັດຕະຍະປັນເຖຣະອາດິດ ເປັນຫົວໜ້າສະພາ ແລະ ເປັນປະທານສະພາສົງຝ່າຍວິປັດສະນາສາກົນ ທີ່ພຸດທະຄະຍາ, ເປັນອະດີດ ສາດສະດາຈານ ປອ. ພະແນກພາສາບາລີ ແລະ ພຸດທະສາສະໜາ ພາກວິຊາພຸດທະສາສະໜາ ມະຫາວິທະຍາໄລນິວແດນລີ ທີ່ນະຄອນຫຼວງນິວແດນລີ ປະເທດອິນເດຍ. ຂໍນ້ອມລະນຶກໄຫວ້ອາໄຣເຖິງພັນເຕ ແລະ ຂໍໃຫ້ພັນເຕເຂົ້າສູ່ນິບພານເປັນທີ່ເພິ່ງ ດ້ວຍເທີ້ນ.
ທີ່ມາ
