ລັດຖະບານຈີນ ຊ່ວຍທຶນປະດັບປະດາປະຕູໄຊ ແລະເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນ

ລັດຖະບານຈີນຊ່ວຍທຶນປະດັບປະດາອະນຸສາວະລີ ປະຕູໄຊ ແລະ ເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນເພື່ອກຽມສະຫຼອງວັນຊາດຄົບຮອບ 45 ປີ
ພາຍໃນປະເທດ

ອໍານາດການປົກຄອງນະຄອນຫລວງວຽງຈັນໄດ້ເລີ້ມປະດັບປະດາໃນຂອບເຂດຕົວເມືອງນະຄອນຫລວງວຽງຈັນໃຫ້ມີຄວາມສວຍງາມ ແລະ ໃຫ້ສໍາເລັດໃນເດືອນ ພະຈິກນີ້ ເພື່ອກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975- 2 ທັນວາ 2020), ໃນການປະດັບປະດາຕົວເມືອງດັ່ງກ່າວ, ລັດຖະບານຈີນໄດ້ຊ່ວຍທຶນຈໍານວນໜຶ່ງ ພາຍໃຕ້ໂຄງການ ພັດທະນາໄຟເຍືອງທາງ ຊຶ່ງມີມູນຄ່າ 300 ລ້ານຢວນ.

ທຶນໃນການຊ່ວຍເຫຼືອຂອງລັດຖະບານຈີນໃນຄັ້ງນີ້ຈະຖືກນໍາໃຊ້ເພື່ອປັບປຸງລະບົບທໍ່ນໍ້າພຸ (ລະບົບຂຶ້ນ-ລົງຂອງນໍ້າ), ປັບປຸງແສງສະຫວ່າງຢູ່ອະນຸສາວະລີ ປະຕູໄຊ ແລະ ຕິດຕັ້ງໄຟເຍືອງທາງບາງຈຸດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ: ຖະໜົນໄກສອນ ພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໂຮງໝໍມະໂຫສົດ, ເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ -ປາກປ່າສັກ), ຖະໜົນເສດຖາທິລາດ ແລະ ເສັ້ນທາງອື່ນໆ.

ຂ່າວ: ວຽງຈັນທາຍ

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *