1.ເລືອກຄີມບຳລຸງຜິວໜ້າທີ່ບໍ່ຜະສົມນ້ຳຫອມ
ເຖິງແມ່ນວ່າປົກກະຕິແລ້ວສາວໆຫຼາຍຄົນຈະສາມາດໃຊ້ຄີມບຳລຸງທີ່ມີສ່ວວນຜະສົມຂອງນ້ຳຫອມ ໂດຍທີ່ບໍ່ເກີດການແພ້ໃດ ແຕ່ຮູ້ຫຼືບໍ່ວ່ານ້ຳຫອມທີ່ຜະສົມຢູ່ໃນຄີມບຳລຸງນັ້ນ ສາມາດເຮັດໃຫ້ເກີດອາການນ້ຳຕາໄຫຼລະຫວ່າງແຕ່ງໜ້າໄດ້ ໂດຍສະເພາະຢ່າງຍິ່ງຫາກເຮົາທາໃກ້ບໍລິເວນຮອບດວງຕາຫຼາຍເທົ່າໃດ ກໍ່ຈະຍິ່ງເຮັດໃຫ້ນ້ຳຕາໄຫຼງ່າຍຂື້ນ ຮູ້ແບບນີ້ແລ້ວຫາກຈະລົງຄີມບຳລຸງກ່ອນແຕ່ງໜ້າ ແນະນຳວ່າຄວນເລືອກແບບອ່ອນໂຍນຕໍຜິວແລະບໍ່ມີນ້ຳຫອມເປັນສ່ວນຜະສົມຢູ່ໃນຄີມຈະດີທີ່ສຸດ
2.ໃຊ້ເຄື່ອງສຳອາງຮອບດວງຕາເປັນແບບອໍແກນິກ
ເປັນທີ່ຮູ້ກັນດີຢູ່ແລ້ວວ່າບໍລິເວນຮອບດວງຕາຂອງສາວໆເປັນສ່ວນທີ່ມີຄວາມບອບບາງ sensitive ຫຼາຍທີ່ສຸດອີກບໍລິເວນໜຶ່ງ ດັ່ງນັ້ນຫາກເຮົາເລືອກໃຊ້ເຄື່ອງສຳອາງທີ່ມີສານເຄມີປົນຢູ່ໃນນັ້ນ ຈະເປັນອີກສາເຫດນຶ່ງທີ່ເຮັດໃຫ້ນ້ຳຕາຂອງເຮົາໄຫຼອອກມາໃນລະຫວ່າງການແຕ່ງໜ້າໄດ້ ດັ່ງນັ້ນເຮົາຈຶ່ງຄວນເລືອກໃຊ້ເຄື່ອງສຳອາງທີ່ເປັນແບບອໍແກນິກກັບບໍລະເວນຮອບດວງຕາຈະເໝາະສົມຫຼາຍກວ່າ
3.ລົງໄພຣເມີ້ກ່ອນແຕ່ງໜ້າທຸກຄັ້ງ
ເພາະໄພຣເມີ້ຈະເປັນຕົວຊ່ວຍກັນເຄື່ອງສຳອາງຕ່າງໆທີ່ໃຊ້ໃນການແຕ່ງໜ້າ ບໍ່ໃຫ້ໄປສຳພັດກັບຜິວໜ້າແລະບໍລິເວນຮອບດວງຕາໂດຍກົງໄດ້ ສາວໆຈຶ່ງຄວນລົງໄພຣເມີ້ເປັນຄືການເຄືອບຜິວໄວ້ຊັ້ນໜຶ່ງ ກ່ອນທີ່ຈະລົງຮອງພື້ນແລະແຕ່ງໜ້າໃນຂັ້ນຕອນຕໍໄປ
4.ທຳຄວາມສະອາດແປງແຕ່ງໜ້າທຸກອາທິດ
ເນື່ອງຈາກຜິວໜ້າຂອງສາວໆມີການຜະລິດນ້ຳມັນເພື່ອເອົາໄວ້ເຄືອບຊັ້ຍຜິວຢູ່ຕະຫຼອດເວລາ ລວມເຖິງແບັກທີເລຍຕ່າງໆທີ່ມາເກາະຜິວໜ້າໃນລະຫວ່າງວັນດ້ວຍ ດັ່ງນັ້ນຫາກເຮົາໃຊ້ແປງທີ່ບໍ່ໄດ້ທຳຄວາມສະອາດມາຢ່າງດີ ຈະນຳພາຄວາມສົກກະປົກມາສູ່ບໍລິເວນດວງຕາຂອງເຮົາໄດ້ ທັງຍັງກໍ່ໃຫ້ເກີດການລະຄາຍເຄືອງ ແລະມີນ້ຳຕາໄຫຼອອກມາເພາະສະນັ້ນຄວນເຮັດຄວາມສະອາດແປງແຕ່ງໜ້າຢ່າງໜ້ອຍທຸກອາທິດ ເພື່ອໃຫ້ແປງແຕ່ງໜ້າມີຄວາມສະອາດຢູ່ສະເໝີ
5.ໃຊ້ເຄື່ອງສຳອາງເປັນເນືອຄີມ ເພື່ອຫຼຸດປັນຫາຝຸ່ນທີ່ເຮັດໃຫ້ເຄືອງຕາ
ການເຊົາໃຊ້ເຄື່ອງສຳອາງປະເພດຄີມ ບໍ່ວ່າຈະເປັນອາຍແຊຣໂດເນື້ອຄີມ ຫຼືບັສອອນເນື້ອຄີມຕ່າງໆ ລວມໄປເຖິງການເລືອກໃຊ້ສໍແຕ້ມຄິ້ວແທນແບບຝຸ່ນ ຈະຊ່ວຍຫຼຸດການນ້ຳຕາໄຫຼໄດ້ ເນື່ອງຈາກເຄື່ອງສຳອາງຕ່າງໆເຫຼົ່ານີ້ ຫາກເປັນເນືອຝຸ່ນມັນຈະຟຸ້ງກະຈາຍຈົນອາດເຂົ້າຕາເຮັດເກີດການຄາຍເຄືອງໄດ້ນັ້ນເອງ
6.ໃຊ້ຢາຢອດຕາກ່ອນແຕ່ງໜ້າເຄິ່ງຊົ່ວໂມງ
ເພື່ອປ້ອງກັນອາການຕາແຫ້ງ ໂດຍສະເພາະກັບສາວໆທີ່ໃຊ້ຄອນແທັກເລນຄວນໃຊ້ຢາຢອດຕາກ່ອນແຕ່ງໜ້າປະມານເຄິ່ງຊົ່ວໂມງ ເພາະຫາກແຕ່ງໜ້າເລີຍອາດເຮັດໃຫ້ເກີດການລະຄາຍເຄືອງຈົນນ້ຳຕາໄຫຼໄດ້