ຕົ້ນໝາກເດືອຍ ເປັນຢາອາຍຸວັດທະນະ ບຳລຸງສະໝອງ ແກ້ອາການນອນບໍ່ຫຼັບ ຊ່ວຍຢັບຢັ້ງສານກໍ່ມະເຮັງ

ບັນຍາຍລັກສະນະພືດສາດ
ເປັນພືດໃບລ້ຽງດ່ຽວທີ່ມີລັກສະນະເໝືອນກັບຕົ້ນທີ່ມີລຳຫຍ້າທົ່ວໄປ, ມີລຳຕົ້ນກົມ ແລະ ຕັ້ງຊື່, ລຳຕົ້ນເປັນໄມ້ເນື້ອນອ່ອນ ສູງປະມານ 1–3.5 ແມັດ. ໃບ: ມີລັກສະນະເປັນແຜ່ນຮຽວຍາວສີຂຽວສົດ, ແຜນໃບດ້ານລຸ່ມມີສີຈາງກວ່າ ປະກອບດ້ວຍກາບໃບທີ່ຫຸ້ມລຳຕົ້ນ, ຖັດມາເປັນໂຄນໃບທີ່ເປັນຢັກ ແລະ ຕໍ່ມາເປັນໃບຂະໜາດປະມານ 2.5-5 ຊັງຕີແມັດ, ຍາວປະມານ 20–45 ຊັງຕີແມັດ, ປາຍໃບແຫຼມ, ແຜ່ນໃບມີເສັ້ນກາງໃບຊັດເຈນ, ຂອບໃບລຽບ ແລະ ມີຄວາມຄົມ ບາດມືໄດ້ງ່າຍ.

ດອກ: ອອກເປັນຊໍ່ຢູ່ປາຍຍອດຂອງລຳຕົນຄ້າຍກັບດອກຫຍ້າທົ່ວໄປ ມີຊໍ່ດອກຍາວ 3–8 ຊັງຕີແມັດ ດອກແບ່ງເພດກັນຢູ່ຄົນລະດອກແຕ່ຢູ່ເທີງຊໍ່ດອກດຽວກັນ ຈຳນວນດອກປະມານ 10–20 ດອກ ຫຼື ຫຼາຍກວ່ານັ້ນ. ດອກເພດແມ່ຈະມີກ້ານດອກສີແດງກ່ຳ 2 ອັນ. ຊື່ງຈະຢື່ນອອກມາໃຫ້ເຫັນຈາກສ່ວນປາຍສຳລັບຮັບການປະສົມລະອອງເກສອນຜູ້.
ສ່ວນດອກຜູ້ແຕ່ລະຊໍ່ຈະມີປະມານ 10 ດອກ. ຊື່ງຈະມີຮູບຮ່າງ 4 ຫຼ່ຽມແຕ່ຈະຂ້ອນຂ້າງຮຽວຍາວ, ຂະໜາດ 7–8 ຊັງຕີແມັດ. ດອກປະກອບດ້ວຍກ້ານດອກຊັນນອກ 2 ອັນ ຖັດມາພາຍໃນຈະເປັນກີບດອກ 1 ອັນ ແລະ ອັບເກສອນ 3 ອັນ.

ໝາກ ແລະ ເມັດ: ຈະເອີ້ນວ່າໝາກປອມເພາະມີສະເພາະເມັດທີ່ຢູ່ດ້ານໃນຊື່ງຈະປະກອບດ້ວຍເປືອກຫຸ້ມຂ້ອນຂ້າງບາງແຕ່ແຂງຕິດກັບເມັດຕໍ່ມາດ້ານໃນສຸດຈະເປັນເມັດທີ່ມີລັກສະນະຮູບຫົວໃຈຊື່ງຈະມີຮ່ອງວ້ຳຢູ່ທາງກາງຂອງເມັດ ຂະໜາດກວ້າງ ແລະ ຍາວປະມານ 8–12 ມີນລີແມັດ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *