ການພູເປັນສະໝຸນໄພທີ່ມີກິ່ນຫອມຕົ້ນກຳເນີດມາຈາກປະເທດອິນໂດເນເຊຍ ໂດຍປົກກະຕິແລ້ວສະໝຸນໄພຊະນິດນີ້ຈະຖືກນຳມາໃຊ້ເປັນເຄື່ອງປຸງເພື່ອເພີ່ມກິ່ນລົດ ແລະ ລົດຊາດໃຫ້ກັບອາຫານ
ການພູມີຄຸນສົມບັດທີ່ເປັນປະໂຫຍດຫຼາຍ ສາມາດນຳໄປຮັກສາໂລກໄດ້ມັນເຮັດໜ້າທີເປັນສານຂ້າເຊື້ອໂລກໄດ້ເປັນຢ່າງດີອີກທັ້ງມີປະໂຫຍດອື່ນໆອີກຫຼາຍຢ່າງສໍເຮົາສາມາດໃຊ້ປະໂຫຍດຈາກມັນໄດ້
ການເຮັດໜ້າທີ່ເປັນຢາຊາ ຢາແກ້ປວດ ຢາຂ້າເຊື້ອໂລກ ໃຊ້ຢັບຢັ້ງເຊື້ອແບັກທີເລຍ ນອກຈາກນັ້ນຍັງເຮັດໜ້າທີ່ເບິິ່ງແຍງສຸຂະພາບຫົວໃຈ ແລະ ຫຼອດເລືອດໄດ້ອີກດ້ວຍ ເນື່ອງຈາກມັນມີສານຢູຈີນອລ ຢູ່ຫຼາຍຊື່ງສານປະກອບນີ້ສາມາດຊ່ວຍປ້ອງກັນການແຂງຕົວຂອງເລືອດໄດ້ເປັນຢ່າງດີ
ໂດຍທົ່ວໄປແລ້ວທ່ານໝໍຈະນິຍົມໃຊ້ສານຢູຈີນອລ ສຳລັບຮັກສາຜູ້ທີ່ມີອາການເຈັບແຂ້ວ ແລະ ອີກ ໜຶ່ງຄຸນສົມບັກຂອງການພູມັນເຮັດໜ້າທີ່ລົົດລະດັບນ້ຳຕານໃນເລືອດ ແລະ ກຳຈັດການຕິດເຊື້ອໄດ້ຢ່າງດີ ເພາະວ່າມັນອັດແໜ່ນໄປດ້ວຍສານຟຼາໂວນອຍ
ການພູເຮັດໜ້າທີ່ເປັນຢາທຳມະຊາດທີ່ນິຍົມໃຊ້ກັນມາຕັ້ງແຕ່ສະໄໝບູຮານຂອງຄົນອີຢິບ ຈີນ ກຣີກ ອາລັບ ພວກເຂົາຈະນຳການພູມາໃຊ້ເປັນເຄື່ອງປຸງທີ່ຊ່ວຍເພີ່ມລົດຊາດຂອງອາຫານ ແລະ ໃຊ້ຮັກສາສຸຂະພາບໄປໃນຕົວ ແລະ ມື້ນີ້ເຮົາຈະມານຳສະເໜີວິທີ່ໃຊ້ປະ ໂຫຍດຈາກເຄື່ອງປຸຊະນິດນີ້ໃຫ້ກັບເຈົ້າປະໂຫຍດຈາການພູບັນເທົາອາການປວດຮາກ ແລະ ປັບອາລົມ ດ້ວຍການປະສົມຜົງການພູກັບນ້ຳເຜີ້ງເພື່ອບັນເທົາອາການ
ຊ່ວຍກຳຈັດປັນຫາທ້ອງອືດ ແລະ ມີແກ໊ສໃນກະເພາະອາຫານ ນຳການພູໄປແຊ່ນ້ຳຈາກນັ້ນນຳໄປຕົ້ມເປັນເວລາ 10 ນາທີ
ຕໍ່ສູ້ກັບອາການວິນຫົວ ໃຫ້ນຳຜົງການພູ 1 ບ່ວງໂຕະ ລົງໄປລະລາຍໃນນ້ຳ 1 ລີດ
ຄາຍອາການປວດເມື່ອຍ ປະສົມຜົງການພູ 1 ບ່ວງໂຕະກັບນ້ຳມັນງາ 1 ບ່ວງໂຕະ ຈາກນັ້ນນຳໄປເຮັດໃຫ້ຮ້ອນ ແລະ ນຳສ່ວນປະສົມມາຢອດລົງຫູ
ບັນເທົາອາການເຈັບທ້ອງ ກ້າມເນື້ອຫົດຕົວ ນຳນ້ຳມັນການພູມາທາບໍລິເວນທ້ອງຮັກສາໂລກຕິດເຊື້ອໃນຊ່ອງປາກ ແລະ ອາການເຈັບແຂ້ວ ປະສົມການພູ 1 ບ່ວງໂຕະກັບນ້ຳມັນທຳມະຊາດ ແລະ ທາສ່ວນປະສົມນີ້ໃສ່ແຂ້ວ.