ຮູ້ຫຼືບໍ່ ໝາກຟັກ ຊ່ວຍໃນການຊະລໍຄວາມແກ່ ຕ້ານຄວາມແກ່ເຖົ້າ

ໝາກຟັກເປັນໝາກໄ່ມ່ ຫຼື ຜັກພື້ນບ້ານ ທີ່ມີຂາຍກັນຫຼວງຫຼາຍໃນຕະຫຼາດ ແລະນຳມາປຸງອາຫານໄດ້ຫຼາຍຢ່າງ ບໍ່ວ່າຈະເປັນອາຫານຫວານຫຼືອາຫານຄາວກໍ່ແຊບ ຫຼື ຈະໜຶ້ງເປັນອາຫານວ່າງກໍ່ງ່າຍ ແຖມມີປະໂຫຍດນຳອີກ

ນອກຈາກນຳມາເປັນອາຫານແລ້ວ ໝາກຟັກກໍ່ຍັງມີລິດເປັນຢາໄດ້ອີກ ເພາະມີວິຕາມິ່ນຫຼາຍຊະນິດ ສາມາດປ້ອງກັນແລະຮັກສາໂລກໄດ້ອີກ ສາມາດໃຊ້ໄດ້ທັງເນື້ອ ແກ່ນ ຮາກ ແລະເຄືອ ເອີ່ນວ່າມີປະໂຫຍດທັງຕົ້ນເລີຍກໍ່ວ່າໄດ້

ເຮົາມາຮູ້ຈັກກັບໝາກຝັກກັນເລີຍ ວ່າໃນ 1 ໜ່ວຍຈະມີປະໂຫຍດດ້ານໃດແດ່ ແລະ ຄວນກິນແບບໃດໃຫ້ໄດ້ປະໂຫຍດສູງສຸດ

  1. ໝາກຝັກມີສານຕ້ານອະນຸມູນອິດສະລະທີ່ມີສ່ວນຊ່ວຍໃນການຊະລໍຄວາມແກ່
  2. ຊ່ວຍຟື້ນບຳລຸງສຸຂະພາບຜິວ ໃຫ້ເປັ່ງປັ່ງສົດໄສ ແລະຊ່ວຍປ້ອງກັນບໍ່ໃຫ້ຜິວຢ່ອນຍານ
  3. ມີເບຕາແຄໂລທີນສູງ ຊ່ວຍບຳລຸງແລະຮັກສາສາຍຕາ
  4. ສາມາດກະຕຸ້ນການຫຼັ່ງອິນຊູລິນ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ
  5. ສາມາດຄວບຄຸມຄວນດັນໃນເລືອດ ບຳລຸງຕັບ ບຳລຸງມ້າມ ບຳລຸງດວງຕາ ແລະສ້າງເຊວໃໝ່ທົດແທນເຊວເກົ່າທີ່ເສື່ອມສະພາບ
  6. ມີຄໍລະເຈັນຕາມທຳມະຊາດ ຈຶ່ງຊ່ວຍເສີມສ້າງ ຄໍລາເຈັນລຸ່ມຜິວໜັງຊ່ວຍເຮັດໃຫ້ຜິວພັນຜ່ອງໃສ
  7. ມີກົດໂປຣໄຟໂອນິກ ເຊິ່ງມີສ່ວນເຮັດໃຫ້ເຊວມະເຮັງອ່ອນແອລົງ
  8. ໃຫ້ພະລັງງານຕ່ຳ ໄຂມັນໜ້ອຍ ຈຶ່ງເໝາະແກ່ຄົນທີ່ຕ້ອງການຄວບຄຸມນ້ຳໜັກ
  9. ປ້ອງກັນການເກດີໜິ້ວ ເພາະໝາກຟັກມີສານຄິວເຄີບິຕິນ ມີລິດຊ່ວຍຂັບນ້ຳຍ່ຽວ ສາມາດປ້ອງກັນການເກີດໂລກໜິ້ວໄດ້
  10. ໝາກຟັກມີລິດອຸ່ນເຊິ່ງຈະຊ່ວຍຍ່ອຍອາຫານໄດ້ເປັນຢ່າງດີ

ຂໍ້ຄວນລະວັງ: ການກິນໝາກຟັກຫຼາຍເກີນໄປ ກໍ່ອາດຈະເຮັດໃຫ້ເກີດອາການທ້ອງອືດ ມີລົມໃນເພາະ ບໍສະບາຍທ້ອງ ເພາະສະນັ້ນຄວນກິນໃນປະລິມານທີ່ພໍດີ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *