ຂ່າວທົ່ວໄປ
ສຸດແພງ! ໝາກຖົ່ວລຽນໜ່ວຍລະແສນບາດ ຫຼື ປະມານ 33 ລ້ານກີບ

ອີງຕາມຂ່າວຊ່ອງ8 ຂອງໄທວັນທີ 6 ພຶດສະພາ 2021 ນີ້ລະບຸວ່າ: ໝາກຖົ່ວລຽນລາຄາ 1 ແສນບາດ ຫຼື ປະມານ 33 ລ້ານກີບ ເປັນພັນ “ກົບຊາຍນໍ້າ” ເຊິ່ງມີອາຍຸ 100 ກວ່າປີ, ໃນ 1 ປີເປັນໝາກທີ່ເອີ້ນວ່າ “ນາງພະຍາ” ພຽງໝາກດຽວ

ມີນໍ້າໜັກປະມານ 3-3,5 ກິໂລກຣາມ. ລັກສະນະໃນຊີ້ນໝາກຖົ່ວລຽນດັ່ງກ່າວເປັນສີເຫຼືອດັ່ງຄຳ, ກິ່ນຫອມຫວນເໝືອນດອກໄມ້ປ່າຍາມເດືອນຫ້າ, ຊີ້ນລະອຽດອ່ອນບໍ່ມີໃຍແຊກຊຶມແມ່ນແຕ່ໜ້ອຍດຽວ. ເຈົ້າຂອງສວນຊີ້ແຈງວ່າ ລາຄາ 1 ແສນບາດ

ເປັນລາຄາທີ່ລູກຄ້າພໍໃຈ ເພາະຕ້ອງຈອງໄວ້ກ່ອນ 1 ປີ, ສ່ວນໝາກທີ່ບໍ່ແມ່ນນາງພະຍາແມ່ນລາຄາຢູ່ລະຫວ່າງ 11 ພັນບາດ-25 ພັນບາດ ແລະຂາຍມາເປັນເວລາຫລາຍກວ່າ 5 ປີແລ້ວ.