ແບບຢ່າງທີ່ດີ ຊາຍໜຸ່ມອິນເດຍ ອາໄສຢູ່ບົນຕົ້ນໄມ້ ພາຍຫຼັງກວດພົບວ່າ ຕົນເອງຕິດ ໂ ຄ ວິ ດ

👏 ຊາຍໜຸ່ມອິນເດຍ ນັກສຶກສາມະຫາວິທະຍາໄລ ອາຍຸ 18 ປີ ໂດ່ງດັງໄປໃນໂລກອອນລາຍ ພາຍຫຼັງກວດພົບວ່າ ຕົນເອງຕິດເຊື້ອໂຄວິດ-19 ທີມແພດໝໍ ຈຶ່ງບອກໃຫ້ລາວ ກັກໂຕເອງຢູ່ເຮືອນ.

ໃນຄືນທໍາອິດ ລາວກະວົນກະວາຍ ນອນບໍ່ຫຼັບ ເພາະຢ້ານເຊື້ອຈະອອກອາການ ຮຸນແຮງ ບວກໃສ່ກັບເຮືອນມີຂະໜາດນ້ອຍ ແລະ ບໍ່ມີຫ້ອງສ່ວນໂຕ, ທີ່ສໍາຄັນສຸດ ລາວຢ້ານນໍາເອົາເຊື້ອໂຄວິດ ມາຕິດໃສ່ພໍ່ແມ່ ທີ່ເຖົ້າແກ່ແລ້ວ ນ້ອງສາວ ແລະ ຊຸມຊົນໃກ້ຄຽງ,

ໃນຕອນເຊົ້າ ລາວຈຶ່ງຕັດສິນໃຈ ລຸກຂຶ້ນມາແຕ່ເຊົ້າ ສ້າງບ່ອນກັກໂຕເອງ ເທິງຕົ້ນໄມ້ ແລະ ມີເຊືອກ ໃຫ້ພໍ່ແມ່ນໍາເອົາອາຫານມັດໃສ່ ແລະ ດຶງຂຶ້ນມາ.

ໃນແຕ່ລະມື້ ລາວຈະໃຊ້ເວລາ ອ່ານຫນັງສື ຟັງເພັງ ແລະ ໂທລະສັບຫາໝູ່ເພື່ອ ພໍ່ແມ່ ເພື່ອບໍ່ໃຫ້ເບື່ອ. ປະຈຸບັນລາວອາໃສ ຢູ່ເທິງຕົ້ນໄມ້ ແລະ ຈະຄົບກໍາໜົດ ໃນວັນຈັນ ທີ 17 ພຶດສະພາ 2021 ເພື່ອອອກໄປກວດເຊື້ອອີກຮອບ ຖ້າຜົນຍັງເປັນບວກ ລາວຈະກັບຂຶ້ນໄປນອນ ເທິງເຮືອນຕົ້ນໄມ້ ຄືເກົ່າ

.ທີ່ມາ: Hindustan Times