ຂ່າວຕ່າງປະເທດ
ຜູ້ຄົນ ຕ່າງພາກັນແລ່ນອອກຈາກຕຶກສູງ SEG Plaza ໂດຍຕຶກໄດ້ມີການສັ່ນໄປມາ

🔥 🔥 ໃນເວລາ 13:30 ຂອງວັນທີ 18.05.2021 ຢູ່ທີ່ເມືອງເຊິນເຈິນ ສປ ຈີນ ຜູ້ຄົນ ຕ່າງພາກັນແລ່ນອອກຈາກຕຶກສູງ SEG Plaza

ໂດຍຕຶກໄດ້ມີການສັ່ນໄປມາ ໂດຍທີ່ບໍ່ມີການເກີດແຜ່ນດິນໄຫວ ແຕ່ຢ່າງໃດ. ອາຄານດັ່ງກ່າວ ເປັນຕຶກ 73 ຊັ້ນ ມີຄວາມສູງໂດຍລວມທີ່ 356 ແມັດ ມີອາຍຸການໃຊ້ງານ 20 ປີ

ໂດຍເປັນທີ່ຕັ້ງຂອງຕະຫຼາດ ເຄື່ອງໄຊ້ໄຟຟ້າ ແລະ ສໍານັກງານທາງການ ຂອງ ສປ ຈີນ. ປະຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍາລັງກວດສອບຫາ ສາເຫດ ເປັນຫຍັງ ບໍ່ມີແຜ່ນດິນໄຫວ ແຕ່ໂຕຕຶກຈຶ່ງສັ່ນໄດ້.

ຊົມຄຣີບ
ທີ່ມາ
