ຂ່າວທົ່ວໄປ

ດ່ວນຮ້ອນໆ ໄຟໄໝ້ສວນອ້ອຍ ປະຊາຊົນ ແລະ ທັງລົດຂົນອ້ອຍ

ຂ່າວ ປກສ ເມືອງສິງ : ໄຟໄໝ້ສວນອ້ອຍ ປະຊາຊົນ ບ້ານ ຫ້ວຍນ້ຳແດງ ເມືອງສິງ ແຂວງຫຼວງນໍ້າທາ

ຕອນບ່າຍ ຂອງວັນທີ 18 ພຶດສະພາ 2021 ເວລາ 14 ໂມງ 00 ນາທີ ທາງເຈົ້າໜ້າທີກອງຕໍາຫຼວດຈະລາຈອນ-ມອດ ໄຟ ປກສ ເມືອງສິງ ໄດ້ຮັບແຈ້ງຈາກປະຊາຊົນວ່າ : ໄດ້ເກີດໄຟໄໝ້ສວນອ້ອຍຢູ່ຂອບເຂດດີນຂອງປະຊາຊົນ ບ້ານ ນ້ຳ ແກ້ວຫຼວງ, ເມືອງສິງ ເຈົ້າຂອງສວນອ້ອຍ ຊື່ທ້າວ ເກືອແມະ ອາຍຸ 30 ປີ ຢູ່ບ້ານ ຫ້ວຍນ້ຳແດງ ເມືອງສິງ ແຂວງ ຫຼວງນ້ຳທາ ແລ້ວຈື່ງໄດ້ຮີບຮ້ອນຈັດກຳລັງ ແລະ ລົດດັບເພີງ 2 ຄັນລົງ

ໄປກວດກາສະຖານທີທີ່ເກີດເຫດເຫັນວ່າໄຟໄໝ້ສວນອ້ອຍແທ້, ທາງເຈົ້າໜ້າທີຂອງພວກເຮົາໄດ້ສົມທົບກັບ ປະຊາຊົນໜ່ວຍງານກັນສະກັດກັ້ນສີດນ້ຳ ເພື່ອບໍ່ໃຫ້ໄຟລຸກລ່າມໄປ ໃສ່ສວນອ້ອຍຂອງປະຊາຊົນ ທີ່ຢູໃກ້ຄຽງເຊີ່ງໃຊ້ເວລາປະມານ 40 ນາທີຈຶ່ງສາມາດສະກັດກັ້ນ ແລະ ຄວບຄຸມໄຟໄວ້ໄດ້ສໍາ ເລັດ, ສ່ວນສາເຫດຂອງໄຟໄໝ້ໃນຄັ້ງນີແມ່ນເກີດມາຈາກ ທ້າວ ໄມ່ອຸ່ນຕານ ອາຍຸ 32 ປີ ອາຊີບປະຊາຊົນ ຢູ່ບ້ານ ຫ້ວຍກົດ ເມືອງສິງ ແຂວງ ຫຼວງນໍ້າທາ ເຊິ່ງເປັນເຈົ້າຂອງລົດທີເຂົ້າມາຕ່າງອ້ອຍເວລານັ້ນ ລົດແມ່ນໄດ້ຕ່າງອ້ອຍໜັກ ຫຼາຍໂຕນ ແລ້ວຈຶ່ງເຮັດໃຫ້ລົດອ້ອຍໄດ້ຄາຢູ່ສວນອ້ອຍອອກໄປບໍ່ໄດ້ ຈຶ່ງໄດ້ບືນລົດຫຼາຍຄັ້ງ ຈຶ່ງເຮັດໃຫ້ທໍ່ຄັວນລົດເກີດມີ ຄວາມຮ້ອນແລ້ວເກີດມີແປວໄຟ ແລະ ໄດ້ໄປຕິດໃສ່ໃບອ້ອຍທີຕັດແລ້ວຢູ່ສວນນັ້ນສົມ ທົບ ກັບບອາກາດ ຮ້ອນ ແລະ ມີລົມແຮງ ຈຶ່ງເຮັດໃຫ້ໄຟໄໝ້ໃສ່ສວນອ້ອຍ ແລ້ວໄດ້ລຸກລາມມາໃສ່ລົດທີຈອດ ຢູ່ນັ້ນ

ຈຶ່ງເຮັດໃຫ້ໄຟໄໝ້ ເກີດຂຶ້ນ ຜົນເສຍຫາຍສວນອ້ອຍທີຖືກໄຟໄໝ້ທັງໝົດປະມານ 2,000 ຕາແມັດ, ມູນຄ່າເສຍຫາຍປະມານ 7.000.000 ກີບ, ລົດຕ່າງ ອ້ອຍ 01 ຄັນ ແລະ ເຄືອງ ທີໄວ້ຢູ່ໃນຫົວລົດມີ ເງິນກີບ 300.000 ກີບ, ( ສາມແສນກີບ ) ເງິນຢວນ 6,200 ຢວນ ( ຫົກພັນສອງຮ້ອຍ ຢວນ) ບັດປະຈຳຕົວ 01 ອັນ, ໃບຂັບຂີ່ 01 ອັນ, ໃບບິນນ້ຳມັນລົດ 127,00 ຢວນ ( ໜຶ່ງໝື່ນສອງພັນເຈັດຮ້ອຍຢວນ ແລະ ເອກະສານລົດ, ມູນຄ່າເສຍຫາຍປະມານ 100.000.000 ກີບ,

ລວມມູນຄ່າ ເສຍຫາຍທັງໝົດ ປະມານ 170.000.000 ກີບ ( ໜຶ່ງຮ້ອຍເຈັດລ້ານກີບ ) ທັງນີ້ກໍ່ຢາກ ຝາກເຖິງພໍ່-ແມ່ປະຊາຊົນ ຢູ່ພາຍໃນເມືອງສິງ ຂອງພວກເຮົາ ໃຫ້ມີສະຕິໃນການ ດັງຟືນໄຟຢູ່ພາຍໃນເຮືອນ, ຈູດຂີ້ເຫຍື້ອ, ຈູດສວນອ້ອຍ ແລະ ຈູດ ສິ່ງອື່ນໆ ໂດຍສະເພາະແມ່ນໃນລະດູເກັບກ່ຽວຜົນຜະ ລິດຕັດອ້ອຍ ເຊິ່ງເປັນຕົ້ນແມ່ນການຈູດ ສວນອ້ອຍໃຫ້ມີສະຕິໃນ ການຈູດ, ປອດໄພ ແລະ ຮັບປະກັນທາງດ້ານຊັບສິນ ຂອງລວມໝູ່ກໍ່ຄືຂອງພໍ່ແມ່ປະຊາຊົນ.

ນັກຂ່າວ ປກສ ເມືອງສິງ ຮ້ອຍຕີ ຈັນແສງ ຄຳວົງໄຊTeI : 020​ 99422551WhatsApp : 020 96593554

Related Articles

Leave a Reply

Your email address will not be published. Required fields are marked *

Back to top button