ບອກແລ້ວບໍ່ຟັງ ສັ່ງປິດຮ້ານອິນເຕີເນັດຄາເຟ່ 2 ຮ້ານ ທີ່ລັກເປີດບໍລິການ

ສຶກສາອົບຮົມ ເຈົ້າຂອງຮ້ານອິນເຕີເນັດຄາເຟ່ 2 ຮ້ານ ທີ່ລັກລອບເປີດບໍລິການເຕີມເຊີ້ ຫຼີ້ນການພະນັນເກມອອນລາຍ

ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳ ຫຼວດ ປກສ ນະຄອນຫຼວດວຽງຈັນ ສຶກສາອົບ ຮົມເຈົ້າຂອງກິດຈະການຮ້ານອິນເຕີເນັດຄາເຟ່ຈຳນວນ 2 ຮ້ານ ທີ່ລັກລອບເປີດໃຫ້ບໍລິການ ຄື: ຮ້ານອິນເຕີເນັດຄາເຟ່ໄລອອນກຸບ ຕັ້ງຢູ່ບ້ານດົງ ໂດກ ເມືອງໄຊທານີ ນວ ແລະ ຮ້ານອິນເຕີເນັດຄາເຟ່ ພີພີຄັບ ຕັ້ງຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະ ບອງ ນວ ທັງ 2 ຮ້ານ ບໍ່ປະຕິບັດຕາມຄຳແນະ ນຳ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 006/ຈນວ,ລົງວັນທີ 22 ເມສາ 2021

ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການເພີ່ມ ທະວີ ສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19. ພັທ ຄຳພອນ ພົມມະຈັນ ຫົວໜ້າພະແນກຕຳ ຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ວ່າ: ເວລາປະມານ 21:00 ໂມງ ຂອງວັນທີ 18 ພຶດສະພາ 2021, ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສດຖະກິດ ໄດ້ອອກກວດກາຕິດຕາມການໃຫ້ບໍລິການພົບເຫັນຮ້ານອິນເຕີເນັດຄາເຟ່ ຍັງມີລັກລອບເປີດໃຫ້ບໍລິການ 2 ຮ້ານ ມີລູກຄ້າເຂົ້າເຕີມເຊີ້ ( ຫຼີ້ນການພະນັນເກມອອນລາຍ )

ໃນການກວດກາຄັ້ງນີ້ ເຈົ້າໜ້າທີ່ພົບເຫັນຄອມພິວເຕີຮ້ານລະ 1 ຊຸດ, ເຄື່ອງປີ່ນເຕີ້ 1 ຊຸດ ແລະ ພົບເຫັນລູກຄ້າເຂົ້າມາເຕີມເຊີ້, ຈຶ່ງໄດ້ເຮັດບົດບັນທຶກສຶກ ສາອົບຮົມເຈົ້າຂອງຮ້ານທັງສອງ ໃຫ້ຢຸດເຊົາ ພ້ອມທັງນຳເຄື່ອງຄອມພິວເຕີ້ ແລະ ອຸປະກອນຮັບໃຊ້ທີ່ຕິດພັນກັບການໃຫ້ບໍລິການເຕີມເຊີ້ ຈຳນວນ 2 ຊຸດ ມາຮັກສາໄວ້ຢູ່ຫ້ອງຕຳຫຼວດ ປກສ ນວ.

ໃນໄລຍະເພີ່ມທະວີວຽກງານປ້ອງກັນການແພ່ລະບາດພະຍາດໂຄວິດ-19, ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ,ໂດຍສະເພາະຜູ້ປະກອບການຮ້ານອິນເຕີເນັດຄາເຟ່ ໃຫ້ປະຕິບັດຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຂໍໃຫ້ມີພັນທະໜ້າທີ່ປະກອບສ່ວນເຂົ້າໃນວຽກງານປ້ອງ ກັນຄວາມສະຫງົບ ເພື່ອຜົນປະໂຫຍດລວມຂອງຊາດ.ຮູ້ຂ່າວສານ

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ.