ລັດວິສາຫະກິດໄຟຟ້າລາວ ຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າຊາບວ່າ:

ເນື່ອງຈາກ, ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຈະໄດ້ມີການລົງກວດກາວັດແທກໂຫລດ ແລະ ແຮງດັນປາຍສາຍ, ການແບ່ງໂຫລດ (Load Balance) 0,4 kV ຄືນ ເພື່ອປ້ອງກັນໝໍ້ແປງໄໝ້. ພ້ອມທັງ, ສໍາຫລວດຂົງເຂດໝູ່ບ້ານພາຍໃນນະຄອນຫລວງວຽງຈັນ ທີ່ມີບັນຫາໄຟຕົກ-ໄຟມອດຫລາຍ.

ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າທຸກທ່ານ ໃນທຸກຂົງເຂດໝູ່ບ້ານພາຍໃນນະຄອນຫລວງວຽງຈັນ ຫາກພົບບັນຫາໄຟຕົກ ຫລື ໄຟບໍ່ພໍ ສາມາດແຈ້ງຂໍ້ມູນໃຫ້ ລັດວິສາຫະກິດໄຟຟ້າລາວ ຜ່ານສາຍດ່ວນ Call Center 1199 ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ເສີມໝໍ້ແປງໃນຈຸດຕ່າງໆ.

ໂດຍ: ລັດວິສາຫະກິດໄຟຟ້າລາວ#ຫາກທ່ານໃດສອບຖາມເຂົ້າມາຜ່ານທາງຂໍ້ຄວາມເພສລົບກວນໂທແຈ້ງຫລືສອບຖາມເພີ່ມຕື່ມໂດຍຕົງໄດ້ໂດຍຜ່ານທາງສາຍດ່ວນ1199 ຂປລ
