ຂ່າວທົ່ວໄປ

ຊົມເຊີຍ! ນັກຮົບຊຸດຂາວ ຊຸດທຳອິດຂອງແຂວງຈຳປາສັກ ສຳເລັດຫນ້າທີ່ຢູ່ໂຮງໝໍພາກສະໜາມແລ້ວ

ຊົມເຊີຍ! ນັກຮົບຊຸດຂາວ ຊຸດທຳອິດຂອງແຂວງຈຳປາສັກ ສຳເລັດຫນ້າທີ່ຢູ່ໂຮງໝໍພາກສະໜາມແລ້ວ ພ້ອມກຽມກັກໂຕ 14 ມື້

ທີມງານແພດໝໍ-ພະຍາບານໂຮງໝໍຈຳປາສັກຊຸດທີ1 ໄດ້ສຳເລັດພາລະກິດການຄຸ້ມຄອງກໍລະນີ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ທີ່ ໂຮງໝໍພາກສະໝາມວິທະຍາໄລການເງີນພາກໃຕ້ ເຊີ່ງມີຜົນງານໃນການບໍລິຫານຈັດການຈັດສັນໂຮງຮຽນໃຫ້ເປັນໂຮງໝໍພາກສະໝາມເປັນບ່ອນຈຳກັດບໍລິເວນ

ຄຸ້ມຄອງກໍລະນີຜູ້ຕິດເຊື້ອໂຄວິດ-19 ແລະ ປີ່ນປົວຜູ້ຕິດເຊື້ອທີ່ມີອາການເບົາບາງ ລວມທັງໝົດ 279 ຄົນ ປີ່ນປົວຫາຍດີ ຜົນກວດລົບແລ້ວກັບບ້ານທັງໝົດ 131ຄົນ 👉ມີພະນັກງານລຸ້ນບຸກເບີກຊຸດທີ 1 ຈຳນວນ 4ທ່ານ ຄື:

1. ດຣ.ອີນແປງ ສອນພະສັກ

2. ພບ ວຽງເງີນ ພິກຸນທອງ

3. ພບ ສາຍຍັນ ແກ້ວໂສດ

4. ພບ ພອນສະໄໝ ພີມມະສອນ(ມີປະຫວັດຫຍໍ້ຕາມຮູບ)

ບັນດາທ່ານທັງໝົດນີ້ໄດ້ເສຍສະຫຼະເວລາ , ຮ່າງກາຍ, ຈິດໃຈ ສຸມໃສ່ການປີ່ນປົວ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ເປັນເວລາ 30 ວັນ ຢູ່ທີ່ໂຮງໝໍພາກສະໝາມແຫ່ງນີ້

ຫຼັງຈາກນັ້ນຍັງສືບຕໍ່ຈຳກັດບໍເວນອິກ 14 ວັນ ຈີ່ງສາມາດກັບຫາຄອບຄົວ ແລະ ສັງຄົມໄດ້ຂໍຊົມເຊີຍຢ່າງສຸດໃຈ 👏🏻👏🏻👏🏻

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button