ຂ່າວທົ່ວໄປ

ເຜີຍເລື່ອງລາວສຸດໜ້າຮັກ! ພໍ່ຕູ້ບໍ່ເຫັນໜ້າແມ່ຕູ້ 1ເດືອນ ມາເບິ່ງອາການຂອງເພິ່ນກໍ່ຊິປະມານນີ້

ເອີ້ນໄດ້ວ່າເປັນຄລິບທີ່ສ້າງຮອຍຍິ້ມໃຫ້ກັບຊາວເນັດບໍ່ໜ້ອຍເລີຍ ສໍາລັບເລື່ອງລາວຂອລຄູ່ພໍ່ຕູ້ແມ່ຕູ້ ທີ່ບໍ່ເຫັນໜ້າກັນມາ 1ເດືອນ ຍ້ອນແມ່ຕູ້ເຂົ້າໄປປິ່ນປົວຢູ່ໂຮງໝໍມາ 1ເດືອນ ຈຶ່ງເກີດເຫດການສຸດໜ້າຮັກນີ້ຂຶ້ນ.

ທັ້ງນີ້ ຄລິບໜ໊າຮັກຂອງສອງຕູ້ນີ້ແມ່ນຖືກເຜີຍແຜ່ໄວ້ໃນແອັບຕິກຕັອກ ແລະ ຖືກແຊສົ່ງຕໍ່ເປັນຈໍານວນຫຼາຍ ໂດຍຜູ້ໂພສຄລິບດັ່ງກ່າວ ບອກໄວ້ວ່າ: ພໍ່ເຖົ້າບໍ່ເຫັນໜ໊າແມ່ເຖົ້າມາຫຼາຍກວ່າ 1 ເດືອນ ຍ້ອນແມ່ເຖົ້າບໍ່ສະບາຍ ແລະ ໃນຊ່ວງໂຄວິດ-19 ເຮັດໃຫ້ບໍ່ໄດ້ພົບໜ້າກັນ.

ເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກໄປ ແລະ ມີຊາວເນັດເຂົ້າມາສະແດງຄວາມຊື່ນຊົມເຖິງຄວາມຮັກຂອງທັງສອງຕູ້ທີ່ມີຕໍ່ກັນ ເຖິງອາຍຸຈະຫຼາຍຂຶ້ນ ແຕ່ຄວາມຮັກທີ່ມີໃຫ້ກັນບໍ່ມີຫຼຸດລົງ ມີແຕ່ເພີ່ມຂຶ້ນ ແລະ ມາພ້ອມຄວາມເປັນຫ່ວງເປັນໃຍກັນ ເອີ້ນໄດ້ວ່າໜ້າຮັກຫຼາຍຄູ່ນີ້.

ແນວໃດກໍ່ຕາມ ເລື່ອງລາວຂອງສອງຕູ້ ຖືເປັນອີກແບບຢ່າງການເບິ່ງແຍງຄວາມສໍາ່ພັນຂອງຄູ່ຮັກ ບໍ່ວ່າຈະແກ່ຊະລາພຽງໃດ ກໍ່ບໍ່ປະຖິ້ມ ຫຼື ໜີຫາຍ ຍັງມີຄວາມຮັກແພງ ຄວາມຫ່ວງໃຍໃຫ້ກັນຢູ້ສະເໝີ.

ມີຄລິບໜ້າຮັກໃຫ້ທຸກຄົນໄດ້ເບິ່ງນໍາ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button