ຂ່າວທົ່ວໄປ

ທີມງານແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດໂ ຄ ວິ ດຫາຍດີໄດ້ແລ້ວ 35 ຄົນ

ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ, ທີມງານແພດ-ໝໍ ແຂວງ ສະຫວັນນະເຂດ ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ແລະ ກັບເມືອເຮືອນ.

ເພື່ອສືບຕໍ່ກັກໂຕຕື່ມອີກ 14 ວັນ ຈຳນວນ 35 ຄົນ. ປະຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 99 ຄົນ ແລະ ຍັງສືບຕໍ່ປິ່ນປົວ 64 ຄົນ, ຍິງ 33 ຄົນ.

ສະເພາະຕອນແລງວັນທີ 26 ພຶດສະພາ 2021 ຢູ່ສູນປີ່ນປົວພະຍາດໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດ ສຸຂະພາບ) ກໍໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຈຳນວນ 3 ຄົນ.

ໂດຍມີ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ,

ພ້ອມດ້ວຍທີມແພດປິ່ນປົວ, ຄອບຄົວ ແລະ ອໍານາດການປົກຄອງບ້ານຢູ່ຂອງຄົນເຈັບເຂົ້າຮ່ວມ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button