ອີງຕາມຂໍ້ຕົກລົງຂອງ ຜູ້ອໍານວຍການ ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ.

ໂດຍໄດ້ເຫັນດີຕົກລົງັຫຼາຍມາດຕະການດັ່ງລຸ່ມນີ້:
💧ມາດຕາ 01: ເຫັນດີຜ່ອນຜັນຫຼຸດລາຄາໃນການຊົມໃຊ້ນ້ຳປະປາ 5% ຂອງມູນຄ່າໃນໃບບິນ(ບໍ່ລວມອາກອນມູນຄ່າເພີ່ມ) ໃຫ້ສະເພາະລູກຄ້າ ປະເພດ I (ປະເພດຄົວເຮືອນ)ໃນໄລຍະ ເດືອນ ມິຖຸນາ ຫາ ສິງຫາ 2021.
💧ມາດຕາ 02: ສະເພາະລູກຄ້າ ປະເພດ II ແລະ III ແມ່ນໃຫ້ຄິດໄລ່ລາຄານ້ຳໃນຮູບແບບປົກກະຕິ

💧ມາດຕາ 03: ຜ່ອນຜັນການຊຳລະໜີ້ຄ່ານ້ຳປະປາຂອງລູກຄ້າອອກໄປຕື່ມ ຈາກ 02 ເດືອນ ເພີ່ມເປັນ 03 ເດືອນ
ແນວໃດກໍ່ຕາມ, ນີ້ຖືວ່າເປັນການຜ່ອນຜັນໃຫ້ກັບປະຊາຊົນໃນໄລຍະໂຄວິດ-19 ເຊີ່ງກ່ອນຫນ້ານີ້ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ອອກຂໍ້ຕົກລົງ ໃນການຫຼຸດຜ່ອນຄ່າໄຟຟ້າ 3% ໃຫ້ກັບປະຊາຊົນເຊັ່ນກັນ
