ຂ່າວທົ່ວໄປ
ຊ່ວຍແຊ ມາວຽກຢູ່ວຽງບໍ່ມີໃຜຈ້າງ ຍ່າງກັບບ້ານ

ເລື່ອງມີຢູ່ວ່າມື້ນີ້ໄປສົ່ງເຄື່ອງຢູ່ບ້ານໄຮ່ປາກງື່ມ ຂາກັບມາແລ້ວເຫັນ3ຄົນເພິ່ນຍ່າງນໍາແຄມທາງ ເລີຍແວ່ຖາມວ່າ ຊິໄປໃສ ເພິ່ນວ່າ

ຈະໄປຍ່າງໄປບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງຍ່າງມາແຕ່ວຽງມື້ເຊົ້ານີ້ 😀

ເພິ່ນຂຶ້ນໄປເຮັດວຽກຢູ່ວຽງແຕ່ບໍ່ມີບ່ອນຈ້າງ ໃຜທີ່ເດິນທາງລົງທາງ13ໃຕ້ ແວ່ຮັບເອົາເພິ່ນໄປນຳແນ່ ຂ້ອຍສົ່ງໄດ້ຮອດ ແຕ່ປາກຊັນ

ຝາກແຊແນ່
ປ້າຍລົດ:4477