ຂ່າວຕ່າງປະເທດ
ເດັກຊາຍລອຍນ້ຳຂ້າມຈາກໂມຣ໋ອກໂກ້ ໄປຍັງ ສເປນ ຫວັງທີ່ຈະຍ້າຍປະເທດເພື່ອມີຊີວິດໃຫມ່

ເດັກນ້ອຍຊາຍນ້ຳຕາໄຫຼ ໃນຂະນະທີ່ກຳລັງລອຍນ້ຳຂ້າມຈາກໂມຣ໋ອກໂກ້ ໄປຍັງ ສເປນ ຫວັງທີ່ຈະຍ້າຍປະເທດເພື່ອມີຊີວິດໃຫມ່.

ຮູບນີ້ໄດ້ກາຍເປັນ viral ກໍ່ຄືຮູບທີ່ເດັກນ້ອຍຊາຍຊາວໂມຣ໋ອກໂກ້ ທີ່ໃຊ້ກະຕຸກນ້ຳຢາງເພື່ອພະຍຸງຕົວເອງຊ່ວຍລອຍນ້ຳໄດ້ ແລະ ພະຍາຍາມລອຍຂ້າມຈົນຮອດເຂດ ສເປນ ເພື່ອຫວັງຈະໄດ້ເລີ່ມຕົ້ນຊີວິດໃຫມ່ ແຕ່ໂຊກບໍ່ເຂົ້າຂ້າງ ທະຫານທີ່ເຝົ້າຍາມກໍ່ໄດ້ຈັບກຸມຕົວເດັກນ້ອຍຊາຍໄປ.

ແລະ ຍັງມີອີກຫຼາຍໆ 8000 ກວ່າຄົນ ກໍ່ພະຍາຍາມລອຍນ້ຳຂ້າມຈາກຝັ່ງໂມຣ໋ອກໂກ້ ໄປຍັງ ສເປນ, ບາງຄົນກໍ່ຖືກທະຫານໄລ່ໃຫ້ລອຍກັບຄືນສູ່ປະເທດຂອງຕົນເອງໃນທັນທີກໍ່ມີ.

