ຂ່າວຕ່າງປະເທດ
ຫວຽດນາມ ເຄັ່ງຄັດທີ່ສຸດທີ່ເຄີຍມີ ໂ ຄ ວິ ດ ລະບາດ ຫຼັງພົບສາຍພັນໃໝ່

ນະຄອນ ໂຮ່ຈີມິນ ຂອງ ສສ ຫວຽດນາມ ເລັ່ງກວດຫາເຊື້ອໂຄວິດ ໃນຊຸມຊົນ ພາຍຫຼັງກວດພົບເຫັນ ການລະບາດ ຂອງເຊື້ອໂຄວິດລູກປະສົມ ສາຍພັນອັງກິດ-ອິນເດຍ ຊຶ່ງເປັນສາຍພັນ ທີ່ແຜ່ເຊື້ອໄດ້ງ່າຍຂຶ້ນ ແລະ ພົບເຫັນການລະບາດໃນກຸ່ມທີ່ມີສ່ວນກ່ຽວພັນ ກັບພິທີສາດສະໜາ,

ກຽມຄວາມພ້ອມກວດຫາເຊື້ອ ຄວບຄຸມປະຊາກອນ 13 ລ້ານຄົນ, ສະເລ່ຍ ຈະກວດໃຫ້ໄດ້ ມື້ລະ 100.000 ຄົນ, ພ້ອມປະກາດນໍາໃຊ້ ມາດຕະການຮັກສາໄລຍະຫ່າງທາງສັງຄົມ ເປັນເວລາ 15 ມື້ ໂດຍຈະເລີ່ມແຕ່ວັນທີ 31 ພຶດສະພາ 2021 ເປັນຕົ້ນໄປ.

ສໍາຫຼັບຮ້ານຄ້າ ຮ້ານອາຫານ ແມ່ນປິດໃຫ້ການບໍລິການ, ກິດຈະກໍາທາງສາດສະໜາ ແມ່ນໃຫ້ຍົກເລີກທັງໝົດ ແລະ ຫ້າມໂຮມໂຕກັນ ກາຍ 5 ຄົນ.
