ຂ່າວທົ່ວໄປ

ຊ່ວຍກົດໄລກົດແຊຣ໌ ເປັນຄ່າມ້ຽນຄາບອາບສົບໃຫ້ລາວແດເດິ້

#ຊ່ວຍກົດໄລກົດແຊມ້ຽນຄາບອາບສົບຄົນຕາຍອານາຖາດ້ວຍ.

ໃນວັນທີ1/6/2021ໄດ້ມີສົບຄົນຕາຍອານາຖາ ນອນຢູ່ແຄມທາງ ເຂດສະຖານທູດລາວ-ອາເມລິກາ ຕາມການສອບຖາມຄົນຢູ່ແຖວນັ້ນວ່າເປັນຄົນຄອບຄົວທຸກຍາກ ລູກສາວກະເຊົ່າຫ້ອງແຖວຢູ່ ບໍ່ມີເງິນມ້ຽນຄາບອາບສົບພໍ່ເລີຍຂໍມອບໃຫ້ໜ່ວຍກູ້ໄພນະຄອນຫຼວງ1624ມ້ຽນຄາບອາບສົບ

ສະນັ້ນ, ຈຶ່ງຂໍເປີດຮັບບໍລິຈາກ ຄົນລະ 10 ພັນ, 20 ພັນກີບ ຊ່ວຍພໍ່ ແອ ຄຳຮູ້ ມ້ຽນຄາບອາບສົບລາວເປັນຄັ້ງສຸດທ້າຍແນ່ທອນ.ສົບແມ່ນຢູ່ໂຮງເຢັນສົ່ງສະການມື້ອື່ນທີ3/6/2021ຕາມຮິດຄອງປະເພນີ.

ທ່ານໃດຢາກຊ່ວຍເຫຼືອຊື້ໂລງເມມແລະບູຊາເຕົາຈູບ ຊຸດໜຶ່ງ2.500.000ກີບຫຼືຕາມກຳລັງສັດທາ.

ທ່ານສາມາດບໍລິຈາກເຂົ້າບັນຊີກາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ແລະ ລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:

ກີບ/LAK: 010120000993902001

ໂດຣາ/USD: 010120100993902001

ບາດ/THB: 010120200993902001

ຂໍມູນເພີມເຕີມໂທ:020 2244 1624.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button