4 ວິທີຮັບມືກັບບັນຫາເມື່ອຊີວິດກຳລັງພົບຊ່ວງຮ້າຍໆ

ພະພຸດທະເຈົ້າໄດ້ກ່າວໄວ້ວ່າທຸກສິ່ງນັ້ນບໍ່ທ່ຽງມີເກີດກໍ່ຍ່ອມມີດັບບໍ່ພຽງແຕ່ສິ່ງທີ່ເບິ່ງເຫັນແຕ່ຍັງລວມເຖິງສິ່ງທີ່ເຮົາສາມາດຈັບຕ້ອງໄດ້ເຊັ່ນໃນເລື່ອງຂອງຄວາມຄິດຄວາມອ່ານຂອງເຈົ້າທຸກສິ່ງທຸກຢ່າງບໍ່ຈີລັງຢັ້ນຢືນ

ຊີວິດເຮົາກໍ່ເຊັນກັນທຸກມື້ນີ້ເຮົາອາດຈະສຳເລັດໃນຫນ້າທີ່ການງານການເງິນແຕ່ເມື່ອເຖິງຍຸກສະໄຫມປ່ຽນເວລາປ່ຽນຫຍັງກໍ່ປ່ຽນບາງທີເຮົາເຖິງກັບລົ້ມລະລາຍໄປກໍ່ເປັນແລ້ວເຮົາຈະຝຶກຍອມຮັບຄວາມຈິງໄດ້ແນວໃດເຮົາມາເບິ່ງວິທີຮັບມືເມື່ອພົບສິ່ງຮ້າຍໆ

1 ຕ້ອງຫັດຍອມຮັບຄວາມຈິງ

ສິ່ງທຳອິດທີ່ເຮົາຕ້ອງເຮັດໄດ້ກໍ່ຄືການຍອມຮັບຄວາມຈິງວ່າຊີວິດຂອງເຮົານັ້ນມັນບໍ່ແນ່ນອນຫນີຈາກຄວາມທຸກບໍ່ໄດ້ເຮົາກໍ່ເລືອກທີ່ຈະຍອມຮັບໃຫ້ເຮົານັ້ນຢູ່ກັບສິ່ງເຫລົ່ານັ້ນໃຫ້ໄດ້ທຸກສິ່ງທຸກຢ່າງລ້ວນຂຶ້ນຢູ່ກັບຈິດໃຈຂອງຕົວເອງ

2 ຍິ້ມຍອມຮັບໃຫ້ກັບຕົວເອງ

ຕໍ່ໃຫ້ເຈົ້າບໍ່ມີທີ່ເພິ່ງພາອາໄສແຕ່ເຈົ້າກໍຢ່າລືມວ່າເຈົ້າສາມາດເຕີມກຳລັງໃຈໃຫ້ກັບຕົວເຈົ້າເອງໄດ້ເມື່ອໂລກບໍ່ໄດ້ສວຍງາມບໍ່ໄດ້ຄາດຝັນຢ່າງທີ່ຄິດໃຫ້ເຮົາຕັ້ງສະຕິແລະຫລັບຕານັບ1-10ຫລາຍໃຈເຂົ້າເລິກໆແລ້ວເວົ້າກັບຕົວເອງວ່າມັນຄົງດີທີ່ສຸດເທົ່າທີ່ເຮົາຈະເຮັດໄດ້ແລ້ວມືນຕາຈັດການກັບບັນຫາຕໍ່ຫນ້າສະ

3 ໃຫ້ເບິ່ງຫາຕົ້ນເຫດບັນຫາ

ທຸກບັນຫາມີທາງອອກມີທາງແກ້ໄຂສະເຫມີລອງເບິ່ງຫາຕົ້ນເຫດຂອງບັນຫານັ້ນເບິ່ງພິຈາລະນາໃຫ້ຖ່ອງແທ້ວ່າເຮົາຕ້ອງແກ້ໄຂຈາກຈຸດໃດກ່ອນພະຍາຍາມແກ້ໄຂມັນໃຫ້ໄດ້ຢ່ານິ້ງເສີຍໂດຍເດັດຂາດບໍ່ຊັ້ນແລ້ວເຮົາຈະນັ່ງເສຍດາຍຕາມຫລັງ

4 ເບິ່ງແງ່ບວກ

ເຮົາຕ້ອງການຄິດໃນເລື້ອງຂອງແງ່ບວກໄວ້ແນ່ຢ່າໄປຄິດແຕ່ຂໍ້ເສຍພຽງຢ່າງດຽວທຸກສິ່ງທຸກຢ່າງມັນມີຫລາຍດ້ານລອງປ່ຽນພຶດຕິກຳຕັ້ງແຕ່ມື້ນີ້ວິນາທີນີ້ເບິ່ງບົດຄວາມນີ້ຈົບແລ້ວເຈົ້າຈະມີພູມຕ້ານທານໃນການໃຊ້ຊີວິດຫລາຍຂຶ້ນຈົ່ງໃຊ້ຊີວິດດ້ວຍຄວາມເຂັ້ມແຂງຢ່າສົນໃຈຄຳສົບປະຫມາດຂອງຄົນຮອບຂ້າງແລ້ວຢ່າລືມທີ່ຈະແບ່ງປັນໃຫ້ຫມູ່ໄດ້ຄິດກັນແນ່ເດີ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *