ເຫດຜົນທີ່ຜູ້ຊາຍມັກຜູ້ຍິງອວບງານນີ້ບໍ່ຕ້ອງລົດນ້ຳຫນັກແລ້ວ !

1ຄວາມງາມທີ່ເປັນອຳມະຕະ

ຄວາມງາມຂອງສາວອວບນັ້ນເປັນອຳມະຕະຕັ້ງແຕ່ໃດມາຈະພົບໄດ້ຈາກໃນສະໄຫມກ່ອນຮູບປັ້ນເທພີຕ່າງໆທີ່ປັ້ນອອກມາໃຫ້ເປັນຜູ້ຍິງຮູບຮ່າງອວບຈົນເຖິງສະໄຫມຕໍ່ມາຈະເຫັນໄດ້ຕາມໂຄສະນາທີ່ໃຊ້ບັນດາສາວອວບເປັນພີເຊັນເຕີ້ດັ່ງນັ້ນຈຶ່ງເຫັນໄດ້ຊັດວ່າຄວາມງາມສາວອວບມີດົນແລ້ວພຽງແຕ່ປ່ຽນຕາມຍຸກສະໄຫມ

2ຜູ້ຍິງທີ່ຈ່ອຍໄປກໍ່ເຫມືອນຄົບກັບເພດດຽວກັນເອງ

ຊັດເຈນເລີຍຂໍ້ນີ້ການເປັນຜູ້ຍິງກໍ່ຄວນມີນ້ຳມີນວນບໍ່ຈ່ອຍແຫ້ງເກີນໄປເພາະຜູ້ຊາຍເບິ່ງວ່າຜູ້ຍິງທີ່ຈ່ອຍເກີນໄປອາດຈະເບິ່ງຄວາມເປັນຍິງລົດລົງໄປເຮັດໃຫ້ບໍ່ມີແຮງດຶງດູດໃນສາຍຕາຂອງຜູ້ຊາຍ ຜູ້ຊາຍມັກສິ່ງທີ່ນ່າດຶງດູດນີ້ສາວອວບໄດ້ປຽບ

3ເບິ່ງອ່ອນກວ່າໄວ

ຜູ້ຍິງທີ່ເນື້ອຫລາຍໆແກ້ມຍຸ້ຍໆມີໄຂມັນຫນ່ອຍໆເບິ່ງລວມໆນ່າຮັກເບິ່ງເທື່ອໃດກໍ່ຄືເດັກໃນສາຍຕາເວລາທີ່ເຮົານຶກເຖິງຍິງທີ່ເປັນເດັກເຮົາກໍ່ຈະນຶກເຖິງພາບເດັກທີ່ຊີ້ນຫລາຍແກ້ມຍຸ້ຍໆນ່າກອດສາວອວບກໍ່ເປັນແນວນັ້ນເລີຍເອົານ່າຜູ້ຊາຍມັກຫລາຍໆ

4ສະແດງເຖິງຄວາມສົມບູນຂອງຮ່າງກາຍ

ທຳມະຊາດຂອງຜູ້ຊາຍນັ້ນເປັນນັກລ່າຕັ້ງແຕ່ສະໄຫມບູຮານແລະຍັງສືບພັນເພື່ອຄວາມຢູ່ລອດເຊິ່ງເປັນສັນຊາດຕະຍານທີ່ມີຢູ່ໃນສາຍເລືອດເຮັດໃຫ້ເຂົາຕ້ອງເລືອກຄູ່ຄອງທີ່ມີຄວາມສົມບູນທາງຮ່າງກາຍສາມາດດູແລລ້ຽງລູກຂອງເຂົາໄດ້ຈຶ່ງເຮັດໃຫ້ຜູ້ຊາຍມັກຍິງທີ່ເອິກໃຫ່ຍສະໂພກໃຫ່ຍຄືຄຸນສົມບັດໃນການເລືອກຄູ່ຄອງ

5ກອດກັບສາວອວບໃຫ້ຄວາມຮູ້ສຶກດີຫລາຍ

ເກືອບຮ້ອຍເປີເຊັນຜູ້ຊາຍສ່ວນໃຫ່ຍບອກເລີຍວ່າຖ້າມີແຟນແລ້ວໃຊ້ເວລາຢູ່ດ້ວຍກັນເຂົາຢາກກອດຜູ້ຍິງທີ່ມີນ້ຳມີນວນບໍ່ຈ່ອຍແຫ້ງເກີນໄປເພາະເວລາທີ່ເຂົາໄດ້ກອດໄດ້ຫອມມັນຄືຄວາມສຸກ

6ສະໂພກໃຫ່ຍ

ສິ່ງທີ່ຜູ້ຊາຍມັກເບິ່ງຮອງລົງມາຈາກຫນ້າເອິກ, ສະໂພກຍິງສາວທີ່ມີສະໂພກໄດ້ຮູບນີ້ຜູ້ຊາຍເບິ່ງວ່າເຊັກຊີ້ທີ່ສຸດໂດຍສະເພາະສາວອວບຈະໄດ້ປຽບໃນຂໍ້ນີ້ຫຼາຍ

7ອົກອີ່ມ

ນອກຈາກໄຂມັນທີ່ເພີ່ມຂຶ້ນໃນຮ່າງກາຍແລ້ວຫນ້າເອິກຫນ້າໃຈຄຸ້ມຄ່າບໍ່ແພ້ກັບໄຂມັນສ່ວນອື່ນຍິ່ງຖ້າສາວຮູ້ຈັກເພີ່ມດີດີ, ແຕ່ງແບບເຊັກຊີ່ຮັບຮອງວ່າຜູ້ຊາຍຈະມີແຕ່ຫລຽວຫລັງກັນເລີຍ

8ໄປໃສໄປກັນກິນຫຍັງກໍ່ໄດ້ງ່າຍ

ຄວາມສຸກຂອງສາວອວບຢ່າງຫນຶ່ງເລີຍກໍ່ຄືການໄດ້ກິນອາຫານນີ້ເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດກວ່າຈະອວບຂະຫນາດນີ້ຈະໃຫ້ມາລົດງ່າຍໆໄດ້ແນວໃດອີກຢ່າງຖ້າຕ້ອງມານັ່ງຄຳນວນອາຫານທີ່ກິນໃນແຕ່ລະມື້ກໍ່ຄົງບໍ່ແມ່ນເພາະຄວາມສຸກຂອງສາວອວບຄືການກິນ

9ມີຄວາມສຸກກັບການກິນບໍ່ຕ້ອງກັງວົນໄປນັບແຄລໍລີ່ຕະຫລອດເວລາ

ເປັນສາວອວບນີ້ເລື່ອງກິນກໍ່ສຳຄັນສຳລັບເຂົາແຕ່ເຂົາບໍ່ເລືອກຫລາຍດອກວ່າມື້ນີ້ຕ້ອງກິນຫຍັງຂໍພຽງກິນເຂົາກໍ່ຟາດລຽບເມິດທຸກຢ່າງຜູ້ຊາຍພາສາວອວບໄປເດດບໍ່ຕ້ອງກັງວົນເອົາໃຈວ່າເຂົາຈະກິນຫຍັງເພາະບໍ່ວ່າຈະເປັນຮ້ານຂ້າງທາງຈົນເຖິງເຂົ້າພັດຕະຄານກໍ່ກິນໄດ້ຫມົດ

10ມີຄວາມເຂັ້ມແຂງດູແລຕົວເອງໄດ້

ສາວອວບມີຄືການທີ່ເຂົາສາມາດດູແລຕົວເອງໄດ້ຢ່າງດີບໍ່ຕ້ອງໃຫ້ຜູ້ຊາຍຄອຍຕາມເທັກແຄລາວໄປທຸກຢ່າງບໍ່ຄືກັບສາວບອບບາງຜອມແຫ້ງທີ່ຕ້ອງຄອຍຕາມດູແລບາງທີຜູ້ຊາຍກໍ່ລຳຄານໄດ້

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *