ໃຜໆກໍ່ມັກຊອກຫຍັງຕໍ່ຫຍັງມາຫຍ້ຳລິ້ນແກ້ເບື່ອແກ້ປາກວ່າງ ແລະ ແກ່ນໝາກໂມກໍ່ດເປັນອີກໜຶ່ງຕົວເລືອກທີ່ນິຍົມໃນບັນດາໝູ່ອາຊີ. ຄູ່ຮັກສູງໄວລາຍນີ້ມາຈາກເມືອງອູ່ຮັ່ນ ປະເທດຈີນ ໝໍກວດພົບວ່າເປັນມະເຮັງລຳໄສ້ ຫຼັງຈາກທີ່ທັງສອງຍອມຮັບກັບໝໍວ່າຕົນໄດ້ແກະແກ່ນໝາກໂມກິນເປັນປະຈຳທຸກມື້.
ຈາກລາຍລະອຽດການລາຍງານຂອງສຳນັກຂ່າວລະບຸວ່າ ຄູ່ຮັກໄວກະສຽນອາຍຸ 60ປີຄູ່ນີ້ ຈະກິນແກ່ນໝາກໂມໃນປະລິມານ 500ກຼາມຕໍ່ມື້ແລະກິນທຸກມື້.
ທັງສອງຈະໃຊ້ຊີວິດແບບນີ້ມາຕະຫຼອດໄດ້ປະມານ 2ປີແລ້ວ ແລະມັກຈະໃຊ້ເວລາໄປກັບການເບິ່ງໜັງຫຼືບໍ່ກໍ່ຫຼິ້ນເກມ ໂດຍຈະຕ້ອງມີແກ່ນໝາກໂມແກະຢູ່ສະເໝີໃນລະຫວ່າງການເຮັດນັ້ນເຮັດນີ້.
ແລະໃນຊ່ວງຕົ້ນເດືອນທີ່ຜ່ານມາທັງສອງໄດ້ຖ່າຍອອກມາແລ້ວມີເລືອດປົນເປື້ອນຢູ່ໃນອາຈົມ ຈົນຕ້ອງຮີບໄປໂຮງໝໍເພື່ອໃຫ້ໝໍກວດອາການຜິດປົກກະຕິກະທັນຫັນ ນັ້ນຈຶ່ງເຮັດໃຫ້ພົບວ່າທັງຄູ່ເປັນມະເຮັງລຳໄສ້ໄລຍະກາງກັບໄລຍະສຸດທ້າຍ
ໝໍຜູ້ທີ່ຮັບເຄສນີ້ລະບຸບົດສະຫຼຸບເຖິງສາເຫດຂອງມະເຮັງລຳໄສ້ວ່າເກີດຈາກພຶດຕິກຳການກິນທີ່ບໍ່ດີປານໃດ ເພາະເມັດອົບແຫ້ງຕ່າງໆ ທີ່ຂາຍຕາມຕະຫຼາດສ່ວນຫຼາຍມັກຈະມີເຄື່ອງເທດເກືອ ແລະ ສານໃນຄວາມຫວານທຽມໃນປະລິມານທີ່ຫຼາຍເຊິ່ງຈະມີຄວາມເປັນພິດອ່ອນໆ.
ຫາກກິນໃນປະລິມານບໍ່ຫຼາຍ ກິນແບບພໍດີ ພິດອາດຈະຍັງບໍ່ຮ້າຍແຮງປານໃດ ແຕ່ຫາກກິນຫຼາຍຕໍ່ເນື່ອງດົນໆ ຈະສົ່ງຜົນເສຍໃນໄລຍະຍາວ ກໍ່ໃຫ້ເກີດມະເຮັງລຳໄສ້ແລະຕັບ ອີກຢ່າງແກ່ນໝາກໂມທີ່ເນົ່າເສຍອາດປົນເປື້ອນສານກໍ່ເກີດມະເຮັງອີກດ້ວຍ.