ທ່ານ ນາຍົກລັດຖະມົນຕີເວົ້າວ່າ ຜູ້ທີ່ເຂົ້າປະເທດຢ່າງຖຶກຕ້ອງຕາມກົດໝາຍແມ່ນຜູ້ທີ່ຮັກຊາດ ຮັກບ້ານເກີດເມືອງນອນທີ່ແທ້ຈິງ

ຂໍໃຫ້ພົນລະເມືອງລາວທຸກຄົນ ທີ່ໄປເຮັດວຽກຢູ່ຕ່າງປະເທດ ເດີນທາງກັບມາ ສປປ ລາວ ຢ່າງຖືກຕ້ອງຕາມຂັ້ນຕອນ ທ່ານນາຍົກລັດຖະມົນຕີ ໄດ້ກ່າວຖະແຫຼງກ່ຽວກັບການສືບຕໍ່ປະຕິບັດ ມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 20 ກໍລະກົດ 2021 ວ່າ:

ພິເສດ ຕໍ່ກັບແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງກໍຂໍໃຫ້ປະຕິບັດເຂັ້ມງວດຕາມລະບຽບການ ຂອງປະເທດເພື່ອນບ້ານທີ່ຕົນເອງອາໃສຢູ່ ໃນຂະນະດຽວກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນເອງ ກໍໃຫ້ດຳເນີນຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຖິງແມ່ນວ່າເວລາອອກໄປຕ່າງປະເທດ ຈະລັກລອບອອກໄປກໍຕາມ ແຕ່ເວລາກັບເຂົ້າມາ ຂໍໃຫ້ກັບມາຢ່າງຖືກຕ້ອງ

ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງການ“ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ”

ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະເທດຊາດ ເຊິ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ
ຂໍ້ມູນຈາກ
