ຂ່າວທົ່ວໄປ

ພະຍາບານຖືກໄລ່ອອກ ຍ້ອນສັກວັກຊີນຕ້ານ ໂ ຄ ວິ ດ ໃຫ້ກັບຍາດຂອງຕົນເອງ

ວົງການສາທາລະນະສຸກເມືອງ Hamilton ແຂວງ Ontario ປະເທດ ການາດາ ໃຫ້ຮູ້ວ່າ: ພະຍາບານຄົນໜຶ່ງຖືກໄລ່ອອກ ແລະ ອີກ 2 ຄົນຖືກປະຕິບັດວິໄນ ເນື່ອງຈາກພວກເຂົາສັກວັກຊີນໃຫ້ກັບຍາດຂອງຕົນ ຊຶ່ງບໍ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດສັກວັກຊີນ.

ສຳນັກຂ່າວ Canadian Press ໃຫ້ຮູ້ວ່າ: ໃນເດືອນມີນາຂອງປີນີ້ ໄດ້ມີເຄືອຍາດຂອງພະຍາບານຄົນໜຶ່ງ ໄດ້ຮັບສັກວັກຊິນເຖິງ 7 ຄົນ ໂດຍພວກເຂົາເຫຼົ່ານັ້ນບໍ່ມີລາຍຊື່ຢູ່ໃນກຸ່ມເປົ້າໝາຍບູລິມະສິດຂອງການສັກວັກຊີນແຕ່ຢ່າງໃດ.

ເຈົ້າໜ້າທີ່ເມືອງ Hamilton ໄດ້ກວດສອບພົບວ່າມີການສັກວັກຊີນບໍ່ຖືກຕາມກຸ່ມເປົ້າໝາຍທີ່ທາງການແຂວງ Ontario ກຳນົດໄວ້ ພ້ອມດຽວກັນໄດ້ວາງມາດຕະການປະຕິບັດວິໄນຕໍ່ກັບພະນັກງານແພດ 3 ຄົນທີ່ມີສ່ວນກ່ຽວຂ້ອງກັບບັນຫາດັ່ງກ່າວ.

ທ່ານໝໍ Elizabeth Richardson ເມືອງ Hamilton ໃຫ້ຮູ້ວ່າ: ທຸກການກະທຳໃດກໍຕາມທີ່ສົ່ງຜົນສະທ້ອນຕໍ່ຄາດໝາຍສັກວັກຊີນຂອງລັດຖະບານລ້ວນແຕ່ຈະຖືກລົງໂທກຢ່າງໜັກ.

ຂໍ້ມູນຈາກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button