ລ້ຳສຸດໃນໂລກ ລົດໄຟ ແມັກເລຟຈີນ ສາມາດແລ່ນໄດ້ 600ກມ/ ຊມ

ຈີນໄດ້ເຮັດພິທີສະຫຼອງຮັບລົດໄຟແມັກເລຟ ທີປະກອບສຳເລັດຈາກໂຮງງານໃນປະເທດ ພ້ອມທັງກ້າວຂຶ້ນເປັນປະເທດທຳອິດທີ່ສາມາດພັດທະນາລົດໄຟລອຍຕົວພະລັງງານແມ່ເຫຼັກໄຟຟ້າ “ ແມັກເລຟ ” ທີ່ມີຄວາມໄວສູງທີ່ສຸດໃນໂລກ 600 ກມ/ ຊມ ໂດຍນັບເປັນພາາຫະນາພື້ນດິນທີ່ແລ່ນໄດ້ໄວທີ່ສຸດໃນໂລກ.

ແມັກເລຟ (MAGLEV) ແມ່ນເປັນລົດໄຟທີ່ຂັບເຄື່ອນໂດຍພະລັງງານແມ່ເຫຼັກໄຟຟ້າ ຂະບວນລົດໄຟຈະແລ່ນຄືກັບລາງໂດຍຕົວຂອງລົດໄຟຈະບໍ່ສຳຜັດກັບລາງ, ໂຮງງານຜະລິດແມັກເລຟຈີນ ແມ່ນຕັ້ງຢູ່ ເມືອງຊິງເຕົ່າ ແຂວງຊານຕົງ, ທາງຕາເວັນອອກຂອງປະເທດຈີນ.ຈີນໄດ້ນຳໃຊ້ເຕັກໂນໂລຊີລົດໄຟພະລັງງານແມ່ເຫັຼກໄຟຟ້າລວມ 20 ປີແລ້ວ ໂດຍເປັນປະເທດທຳອິດທີ່ນຳເອົາເຕັກໂນໂລຊີແມັກເລຟຂອງເຢຍລະມັນທີ່ອັດຕາຄວາມໄວສູງສຸດໃນ 431 ກມ/ຊມ ມາໃຊ້ໃນອຸດສາຫະກຳການຄ້າໂດຍເລີ່ມໃຫ້ບໍລິການເມື່ອເດືອນ ທັນວາ ປີ 2002 ເຊິ່ງເປັນເສັ້ນທາງໄລຍະສັ້ນ 29 ກມ.

ຈາກຊານເມືອງເຂດຜູ່ຕົງຂອງຊຽງໄຮ້ໄປຍັງສະໜາມບິນນານາຊາດຜູ່ຕົງ ທີ່ຜ່ານມາຈີນບໍ່ມີເສັ້ນທາງລົດໄຟແມັກເລຟລະຫວ່າງເຂດເມືອງ ຫຼື ລະຫວ່າງແຂວງ, ຕໍ່ມາຊຽງໄຮ້ ແລະ ເສີງຕູ ໄດ້ຄົ້ນຄວ້າເຕັກໂນໂລຊີ ແມັກເລຟ.ຖ້າຈີນເປີດເສັ້ນທາງ ແມັກເລຟ ເຊື່ອມຕໍ່ປັກກິ່ງ ແລະ ຊຽງໄຮ້ ການເດີນທາງລະຫວ່າງສອງເມືອງມັງກອນໃຫຍ່ເຊິ່ງຫ່າງອອກຈາກກັນຫຼາຍກວ່າ 1,000 ກິໂລແມັດ, ຈະໃຊ້ເວລາພຽງສອງຊົ່ວໂມງເຄິ່ງເທົ່ານັ້ນ! ສົມທຽບວ່າກັບການເດີນທາງປະມານ 3 ຊົ່ວໂມງໂດຍທາງຍົນ ແລະ 5.5 ຊົ່ວໂມງໂດຍລົດໄຟຄວາມໄວສູງ.ບັນດາປະເທດເຊັ່ນ: ເຢຍລະມັນ ແລະ ຍີ່ປຸ່ນ ປັດຈຸບັນມີຈຸດປະສົງກໍ່ສ້າງເຄືອຂ່າຍ ແມັກເລຟ ເຊັ່ນກັນ.
ເຖິງແມ່ນວ່າລາຄາກໍ່ສ້າງແມ່ນສູງຫຼາຍ ແລະ ຍັງບໍ່ເຂົ້າກັນກັບລະບົບລົດໄຟທີ່ມີຢູ່, ເຊິ່ງເປັນອຸປະສັກໃນການພັດທະນາ.
ຊົມຄລິບ
ທີ່ມາ
