ແຈ້ງການ

⛈️⛈️ອຸຕຸເຕືອນໄລຍະ 24-25 ກໍລະກົດນີ້ ລະວັງຝົນຕົກໜັກ ຫາ ໜັກຫຼາຍໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 19 ຫາ 25 ກໍລະກົດ 2021 ວ່າ: ໃນໄລຍະວັນທີ 21 – 23 ກໍລະກົດ 2021 ບໍລິເວນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດອ່າວເບັ່ງການ ຈະມີກຳລັງແຮງເພີ່ມຂຶ້ນ ພ້ອມດຽວກັນນີ້ ພາຍຸໝຸນເຂດຮ້ອນຈະສືບຕໍ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ ເຊິ່ງຈະເຮັດໃຫ້ມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນໃນເຂດພາກເໜືອ ແລະ ຈະມີຝົນຕົກຫຼຸດລົງໃນເຂດພາກເໜືອ, ສ່ວນພາກກາງ ແລະ ພາກໃຕ້ ຈະມີຝົນຕົກໃນລະດັບປານກາງ,

ຈາກນັ້ນໄລຍະວັນທີ 24 – 25 ກໍລະກົດ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກກາງຂອງປະເທດລາວປ່ອງໃສ່ພາຍຸໝູນເຂດຮ້ອນທີ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພ້ອມນີ້, ຍັງມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້າຍແຮງໄລຍະວັນທີ 23 – 25 ກໍລະກົດ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ແລະ ນ້ຳຖ້ວມອັ່ງທີ່ອາດຈະເກີດຂຶ້ນໄດ້.

ຂໍ້ມູຈາກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button