ກະທຽມ ສະໝຸນໄພພື້ນບ້ານ ທີ່ມີປະໂຫຍດຫຼາຍຢ່າງ

ກະທຽມ ສະໝຸນໄພຊະນິດໜຶ່ງທີ່ມີຄຸນປະໂຫຍດຫຼາຍ ເປັນວັດຖຸດິບໜຶ່ງ ໃນເມນູ ອາຫານຫຼາຍປະເພດທີ່ຄົນມັກແຕ່ງ ແລະຍັງມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາຫຼາຍຢ່າງ

  1. ກະທຽມໃຊ້ຊ່ວຍບຳລຸງຜິວໜັງ ໃຫ້ມີສຸຂະພາບຜິວດີ
  2. ກະທຽມນຳມາໃຊ້ ຊ່ວຍໃນການຈະເລີນອາຫານໃຫ້ຢາກກີນອາຫານ ຊ່ວຍເພີ່ມຄວາມແຂ້ງແຮງຂອງເນື້ອເຍື່ອ ບຳລຸງຂໍ້ຕໍ່ແລະກະດູກໃນຮ່າງກາ
  3. ການກີນກະທຽມຊ່ວຍປ້ອງກັນໂລກມະເຮັງໄດ້
  4. ກະທຽມກີນດີ ຊ່ວຍສ້າງພມຄຸ້ມກັນຂອງຮ່າງກາຍ
  5. ມີສັບພະຄຸນບຳລຸງເລື່ອດ ຫາກຕ້ອງການຫຼຸດໄຂມັນໃນເສັ້ນເລື່ອດ ແລະຫຼຸດນ້ຳຕານໃນເສັ້ນເລື່ອດຄວນກີນກະທຽມ
  6. ຊ່ວຍປັບຄວາມສົມດຸນໃນຮ່າງກາຍ ຄື່ ປະໂຫຍດຂອງກະທຽມອີກຂໍ້ໜື່ງ
  7. ກະທຽມຊ່ວຍ ແກ້ອາການວຽນຫົວ ເຈັບຫົວ
  8. ເພີ່ມສະມັນຕະພາບທາງເພດໄດ້ໂດຍ ກະທຽມຈະຊ່ວຍໃນເລືອງລະບົບສືບພັນ ແລະລະບົບທາງເດີນປັດສາວະ
  9. ກະທຽມຊ່ວຍຮັກສາຄວາມດັນ ຫຼຸດຄວາມສ່ຽງຂອງໂລກຫົວໃຈ
  10. ກະທຽມ ມີປະໂຫຍດດ້ານຜົມຊ່ວຍແກ້ປັນຫາຜົມບາງ ຍາວຊ້າ ມີສີເທົາ
  11. ກະທຽມບຳລຸງໂລຫິດ ຊ່ວຍປ້ອງກັນການເກີດໂລກໂລຫິດຈາງ
  12. ຊ່ວຍໃນການຂັບພິດ ແລະ ສານພິດອັນຕະລາຍທີ່ປົນເປືອນໃນເມັດເລືອດ
  13. ສັບພະຄຸນປ້ອງກັນ ອາການໄອ ນ້ຳມູກໄຫຼ ປ້ອງກັນຫວັດແລະໄຂ້ຫວັດ
  14. ຮັກສາບາດແຜທີ່ເນົ່າເປື່ອຍ ແລະເປັນໜອງ: ເພາະສາມາດຢັບຢັ້ງເຊື້ອຕ່າງໆເຊັ່ນ ເຊື້ອທີ່ເຮັດໃຫ້ເປັນໜອງ ແລະຮັກສາບາດແຜສົດໆ ດ້ວຍການເອົາກະທຽມມາ 1 ຫົວ ປອກເປືອກແລ້ວຕຳລະອຽດ ແລ້ວພອກບໍລິເວນທີ່ເປັນແຜ ປະໄວ້ 30 ນາທີ ແລ້ວເອົາອອກມາທຳຄວາມສະອາດແຜ ຈະຊ່ວຍໃຫ້ຄ່ອຍໆດີຂຶ້ນໄດ້
  15. ຂັບແມ່ທ້ອງໄດ້ຫຼາຍຊະນິດ: ເພາະກະທຽມມີສານໄດອັລລິສ ໄດຊັລໄຟ ມີລິດໃຊ້ຂ້າແມ່ທ້ອງໄດ້ດີ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *