ຂ່າວທົ່ວໄປ

ກ້ວຍທີ່ມີລາຄາແພງທີ່ສຸດ ຕົ້ນລະເກືອບ 400 ລ້ານກີບ

ກລ້ວຍ​ດ່າງແດງ​ສາຍ​ພັນອິນໂດ ລ່າ​ສຸດ ເຖິງ​ກັບ​ຕ້ອງ​ໂອ້​ໂຫ​ກັນ​ອີກ​ເທື່ອ ເພາະ​ມີ​ການ​ຂາຍ ກ້ວຍ​ດ່າງ​ສາຍ​ພັນ​ແດງ​ອິນ​ໂດ ສູງ​ເຖິງ​ລາ​ຄາ​ຕົ້ນ​ລະ 1,2 ລ້ານ​ບາດ ຫລື ເກືອບ 400 ລ້ານກີບ.ບາງຕົ້ນກໍ່ 1 ລ້ານບາດ. ​ນ້ອຍໆ 1 ໜໍ່ ແຄ່​ໜໍ່​ກໍ​ມີ​ລາ​ຄາ​ເຖິງ 100 ກວ່າລ້ານແລ້ວ

ນາຍ​ສຸ​ທານ ສິດ​ທິ​ໄທ​ຍາ​ການ ຜູ້​ຂາຍ ກ່າວ​ວ່າ ກ້ວຍ​ສາຍ​ພັນ​ແດງ​ອິນ​ໂດ ຈະ​ມີ​ຫຼາຍ​ລາ​ຄາ ຂຶ້ນ​ຢູ່​ກັບ​ຄວາມ​ງາມ ລາຍ​ຂອງ​ໃບ ຢິ່ງ​ລາຍ​ງາມ​ຈະ​ມີ​ລາ​ຄາ​ສູງ​ຂຶ້ນ

ສຳລັບ​ກ້ວຍ​ມີ​ຢູ່ 15 ສາຍ​ພັນ ທີ່​ນິຍົມ​ຫລິ້ນ ຄົົນທີ່​ເລີ່ມ​ຕົ້ນ​ການ​ປູກ ສ່ວນ​ໃຫຍ່​ຈະ​ປູກພັນ​ຕາ​ນີ​ດ່າງ ເປັນ​ສາຍ​ພັນ​ທີ່​​ທົນທາງ ແລະ ໃຫ້​ຜົນ​ຜະລິດ​ຄ່ອນ​ຂ້າງ​ຫລາຍ ສາມາດ​ຕ່ອຍ​ອົດ ​ແລະ​ ກິນຫມາກ​ກິນ​ໄດ້ ຕົວ​ທີ່​ສອງ ຄື ພັນ​ຟໍ​ຣິ​ດາ ເປັນ​ຕົວ​ຍອດ​ນິຍົມ ສາຍ​ຕະກູນ​ນ້ຳ​ວ້າ ມີ​ນ້ຳ​ວ້າ​ໄອ​ສຣີມ ນ້ຳ​ວ້າ​ຄ່ອມ

ນ້ຳ​ວ້າ​ມະ​ລິ​ອ່ອງ ດ່າງ​ຂາວ ດ່າງ​ເຫຼືອງ ແຕ່​ລະ​ສາຍ​ພັນ​ຈະ​ແບ່ງ​ແຍກ​ສີ​ອອກ​ໄປ​ອີກ ແຕ່ປະຈຸບັນ​ທີ່​ຣາ​ຄາ​ແພງ​ທີ່ສຸດ​ຄື ພັນ​ແດງ​ອິນ​ໂດ  ຮອງ​ລອງ​ມາ ຄື ສາຍ​ພັນ​ທີ່​ຫາ​ຍາກ​ ເຊັ່ນ ພັນ​ເທບ​ພະ​ນົມ ກ້ວຍ​ໄຂ່ ກ້ວຍ​ຫອມ ກ້ວຍ​ນາກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button