ແມ່ນໃຜທີ່ນອນໂກນຍົກມືຂື້ນ,ເຖີງວ່າເຮົາຈະບໍ່ໄດ້ເປັນຄົນນອນໂກນແຕ່ຄົງຈະລຳບາກທົນທໍລະມານກັບການນອນບໍ່ຫຼັບໃນຕອນກາງຄືນ ເພາະຄົນຂ້າງໂຕເຮົານັ້ນນອນໂກນສຽງດັງສະນັ່ນແທ້ໆແລ້ວອາການນອນໂກນບໍ່ແມ່ນພຽງແຕ່ນິໄສເສີຍໆຫຼືເປັນເລື່ອງຕະຫຼົກເພາະເປັນອັນຕະລາຍເຖີງຊີວິດໄດ້ເລີຍດັ່ງນັ້ນເຮົາຈື່ງຂໍແນະນຳ 5 ເຄັດລັບງ່າຍໆທີ່ຈະຊ່ວຍລົດປັນຫາການນອນໂກນມາຝາກຮັບຮອງວ່າງ່າຍແລະຈະຊ່ວຍລົດປັນຫານອນໂກນໄດ້ຜົນເຖີງ 99% ເລີຍ
ການນອນໂກນແມ່ນເກີດຈາກຫຍັງ?
ສຽງຈາກການນອນໂກນເກີດຈາກການສັ່ນສະເທືອນຂອງເນື້ອເຍື້ອຮອບໆຊ່ອງທາງເດີນຫາຍໃຈທີ່ແຄບຜິດປົກກະຕິເວລາຫາຍໃຈອາດຈະເກີດຈາກຄວາມຜິດປົົກະຕິຂອງສະລີລະເຮົາຢູ່ແລ້ວຫຼືອາດຈະເພາະໄຂມັນໃນໂຕທີ່ມີຫຼາຍເກີນໄປເຮັດໃຫ້ຜະໜັງຄໍໜາຂື້ນເຮັດໃຫ້ຊ່ອງທາງການເດີນຫາຍໃຈແຄບລົງ
5 ເຄັດລັບສະຢົບປັນຫາການນອນ
- ອອກກຳລັງກາຍລຳຄໍ ອາດຟັງເບີ່ງປະຫຼາດແຕ່ໄດ້ຜົນແທ້ແລະວິທີອອກກຳລັງກາຍກໍ່ງ່າຍຫຼາຍມີຕັ້ງແຕ່ຖູແຂ້ວໄປອອກກຳລັງກາຍໄປ ຍົກລີ້ນຊ້າຍຂວາມ້ວນລີ້ນເລັກໜ້ອຍແລ້ວຍົກຄ້າງໄວ້ເອົາລີ້ນດັນເພດານປາກແລະອື່ນໆ
- ຈິບນ້ຳມັນໝາກກອກຈິບນ້ຳມັນໝາກກອກມື້ລະ 4-5 ຢົດກ່ອນນອນທຸກມື້ແລະອອກກໍາລັງກາຍເພື່ອຫຼຸດ ນໍ້າໜັກໄປນໍາເພາະນໍ້າມັນ ໝາກກອກເປັນກົດໄຂມັນດີຈື່ງເຮັດໃຫ້ບໍ່ມີໄຂມັນສະສົມໃນຮ່າງກາຍຊ່ວຍໃຫ້ສຽງໂກນຄ່ອຍລົງແລະຫາກເຮັດທຸກຢ່າງຕໍ່ເນື່ອງກໍ່ຈະຊ່ວຍຫຼຸດອາ ການໂກນຢ່າງຖາວອນໄດ້
- ກິນຫອມແດງນອກຈາກຫອມແດງຈະຊ່ວຍແກ້ຫວັດຄັດຮູດັງລົດໄຂມັນອຸດຕັນໃນເສັ້ນເລືອດແລ້ວຫອມແດງຍັງຊ່ວຍໃຫ້ລຳຄໍຊຸ່ມຊື່ນສົ່ງຜົນໃຫ້ລະບົບຫາຍໃຈເຮັດວຽກດີຂື້ນແລະຊ່ວຍບັນເທົາອາການນອນໂກນ
- ກິນໝາກເຜັດບໍ່ວ່າຈະເປັນໝາກເຜັດຊະນິດໃດກໍ່ຕາມຂໍໃຫ້ເປັນໝາກເຜັດທີ່ມີລົດຊາດເຜັດເພາະລົດຊາດເຜັດຈະຊ່ວຍໃຫ້ທາງເດີນຫາຍໃຈໂລ່ງແລະລຳຄໍຊຸ່ມຊື່ນລົດອາການເກັງຂອງກ້າມຊີ້ນຮອບຫຼອດລົມຈື່ງຊ່ວຍຫຼຸດອາການໂກນໄດ້
- ກິນຂີງນຳເຫງົາຂີງມາທຸບໃຫ້ແຕກຕົ້ມກັບນ້ຳແລ້ວດື່ມຊ່ວຍເຮັດໃຫ້ລຳຄໍຊຸ່ມຊື່ນລະບົບຫາຍ ໃຈເຮັດວຽກໄດ້ດີສະດວກຂື້ນຊ່ວຍຫຼຸດອາ ການນອນໂກນມື້ລະເລັກລະໜ່ອຍໄດ້ຢ່າງແນ່ນອນ
ເຫັນບໍ່ວ່າປັນຫານອນໂກນແກ້ໄຂໄດ້ບໍ່ຍາກເລີຍແຕ່ຫາກເຮັດຕາມເຄັດລັບທຸກຢ່າງແລ້ວຍັງບໍ່ເຊົາແລະພົບວ່າເປັນປັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນແນະນຳໃຫ້ໄປປຶກສາແພດ