1 ບໍ່ຄວນກິນອາຫານລົດຈັດເພາະຈະຍິ່ງເຮັດໃຫ້ທ່ານອອກເຫື່ອຫຼາຍເພີ່ມຂຶ້ນ ຖ້າບໍ່ຢາກໃຫ້ເຫື່ອອກຫຼາຍເພີ່ມຂຶ້ນຂາດຄວາມໝັ້ນໃຈກໍ່ຄວນຈະຢຸດອາຫານປະເພດນີ້.
2 ການຮັບປະທານອາຫານຈຸກຈິກຊ່ວຍທ່ານໄດ້ ເພາະວ່າການກິນອາຫານມະຍິກມະຍ່ອຍຈະເຮັດໃຫ້ລະບົບເຜົາຜານໜ້ອຍລົງ ເຮັດໃຫ້ອຸນຫະພູມໃນຮ່າງກາຍຫຼຸດລົງໄປ.
3 ໃສ່ເສື້ອຜ້າໂຕຫຼວມໆ ຈະເຮັດໃຫ້ອາກາດຖ່າຍເທໄດ້ງ່າຍຂຶ້ນ ແລະ ຄວນເລືອກໃສ່ຜ້າຝ້າຍ ຜ້າທີ່ມີຄວາມເບົາບາງ ຈະເຮັດໃຫ້ຊັບເຫື່ອໄດ້ດີ ບໍ່ອຶດອັດອົບເອົ້າ ແລະ ຄວນໃສ່ເສື້ອຜ້າສີອ່ອນໆເພາະສີເຂັ້ມຈະດູດຊັບຄວາມຮ້ອນໄດ້ສູງຍິ່ງຈະເຮັດໃຫ້ເຮົາເຫື່ອອອກອີກ.
4 ໃຊ້ຜະລິດຕະພັນລະງັບກິ່ນກາຍເຊິ່ງຈະຊ່ວຍຫຼຸດການເກີດກິ່ນເຫື່ອໄດ້ ແລະ ຫຼຸດກິ່ນກາຍົງໄດ້ ແຕ່ຕ້ອງເບິ່ງທີ່ສ່ວນປະກອບວ່າມີຫຍັງແດ່ເພື່ອເຮັດໃຫ້ທ່ານໃຊ້ແລ້ວໄດ້ຜົນຫຼາຍທີ່ສຸດ.
5 ດື່ມນ້ຳໃຫ້ຫຼາຍໆ ເພາະການດື່ມນ້ຳຫຼາຍໆຈະຊ່ວຍຫຼຸດອຸນຫະພູມໃນຮ່າງກາຍ ເຮັດໃຫ້ເຫື່ອຂອງທ່ານອອກນ້ອຍລົງ ແລະ ຊ່ວຍຄາຍຮ້ອນໄດ້ອີກ ແລະ ທີ່ສຳຄັນບໍ່ຄວນດື່ມນ້ຳຫວານຫຼືນ້ຳອັດລົມຫຼາຍເກີນໄປເຖິງແມ່ນວ່າຈະຊ່ວຍໃຫ້ທ່ານຄາຍຮ້ອນໄດ້ແຕ່ອາດຈະເຮັດໃຫ້ເກີດໂລກອ້ວນນຳມາ.
6 ເລືອກຮັບປະທານອາຫານຫຼືໝາກໄມ້ທີ່ມີລິດເຢັນ ໂດຍອາຫານທີ່ມີລິດເຢັນຄື ໝາກເດັ່ນ ໝາກນັດ ໝາກໂມ ເປັນຕົ້ນ ເຊິ່ງຈະເຮັດໃຫ້ທ່ານເຫື່ອອອກໜ້ອຍລົງແລະຄາຍຮ້ອນໄດ້ດີອີກດ້ວຍ.