ສະຫຼະເວລາອ່ານ ຄວາມອັນຕະລາຍ ຈາກການກິນເລືອດແປງດີບໆ ມີຫຍັງແດ່? ກົດອ່ານເບິ່ງເລີຍ.

ອັນຕະລາຍຈາກການກີນເລືອດດີບໆ:ໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າການກີນເລືອດແບບຜີດູດເລືອດ ແຕ່ໝາຍເຖີງການທີ່ເຮົາຮັບປະທານອາຫານທີ່ມີສວ່ນປະກອບເປັນເລືອດດີບໆເຊັ່ນ:

ລາບເລືອດ, ເລືອດແປງຕ່າງໆ, ຊົກເລັກ ຫຼື ແມ່ນແຕ່ຊີ້ນນຳ້ຕົກ ເພາະໃນເລືອດຫມູດີບໆ , ເປັດ,ໄກ່ ຈະມີເຊື້ອແບັດທີເຣຍຊື່ວວ່າ: ສເຕຣສໂຕຄ໊ອກຄັສ ຊູອີສ ທີ່ມີອັນຕະລາຍເຖີງຂັ້ນເຮັດໃຫ້ເສຍຊີວິດໄດ້.
ເຊື້ອ: ສເຕຣສໂຕຄ໊ອກຄັສ ຊູອີສ ຈະຢູ່ໃນກະແສເລືອດ ແລະ ອະໄວຍະວະສ່ວນຕ່າງໆຂອງໝູ, ເປັດ, ໄກ່ ທີ່ເປັນເຊື້ອ ເຊັ່ນ: ສະໝອງ, ກ້າມຊີ້ນ, ຕັບ, ຫຼື ຫົວໃຈ ນອກຈາກການກີນແລ້ວຍັງສາມາດຕິດຊີ້ນນີ້ໄດ້ຈາກການສຳພັດຫາກມີບາດແຜ ຫຼື ສຳພັດກັບເຊື້ອເຂົ້າສູ່ທາງເຍື້ອບຸຕ່າງໆ ປາກ, ຄໍ, ດັງ ເຄີຍມີການກວດພົບເຊື້ອໂລກນີ້ໃນຄົນເຈັບ.

ຄົນເຈັບທີ່ໄດ້ຮັບເຊື້ອຈະມີອາການເກີດຂື້ນຢ່າງໄວວາ ຄື ຊ່ວງໄລຍະ 1-7 ມື້ ເຊີ່ງບາງລາຍອາດຮຸນແຮງເຖີງຂັ້ນເສຍຊີວິດໄດ້ ອາການທຳອິດເລີ່ມມີໄຂ້, ປວດຕາມຂໍ້ຕໍ່, ປວດເມື່ອຍຕາມໂຕ, ປວດບໍ່ລິເວນກະດູກສັນຫຼັງ.
ເມື່ອເຊື້ອລາມເຂົ້າສູ່ລະບົບປະສາດ ອາດເຮັດໃຫ້ຄໍແຂງບໍ່ສາມາດເໜັງຄໍໄດ້. ຈາກນັ້ນຕາມດ້ວຍອາການເຈັບຫົວ, ເມື່ອຍ, ເກັງທີ່ຄໍ, ມີອາການວີນຫົວ ຮ້ອຍລະ 70-80 ເຊື້ອຈະເຂົ້າໄປທຳລາຍລະບົບຫູ ຫຼື

ດວງຕາເຮັດໃຫ້ຫູໜວກ, ຕາບອດໄດ້ພາຍໃນ 1-3 ມື້ ຫຼັງໄດ້ຮັບເຊື້ອຫາກເຊື້ອເຂົ້າສູ່ກະແສເລືອດຈະເຮັດໃຫ້ເກີດການຕໍ່ຕ້ານຂອງເມັດເລືອດຂາວໂດຍສະເພາະສ່ວນຂອງນຳ້ບໍລິເວນກະດູກສັນຫຼັງຈະເປັນພິດ.
ຄົນເຈັບຈະເກີດອາການຊ໊ອກ ລະບົບຕ່າງໆໃນຮ່າງກາຍຖືກທຳລາຍຢ່າງໄວວາ ຈົນເກີດອາການຕັບວາຍ ເຊີ່ງອາດເສຍຊີວິດໄດ້ພາຍໃນ 3 ມື້ ການຮັກສາຄືການໃຫ້ຍາກຸ່ມເພນນິຊີລີນ, ດິນແດນປັນຍາຊົນຂໍໃຫ້ທຸກທ່ານຮັບປະທານອາຫານຢ່າງລະມັດລະວັງ ຮັບປະທານໃຫ້ຄົບ 5ໝູ່ ແລະ ເລືອກທີ່ຈະປຸງອາຫານໃຫ້ສຸກນຳເດີ້.