ວິທີຮັກສາອາການ ຮ້ອນໃນໃຫ້ດີໄວ

ເຊື່ອວ່າຫຼາຍໆຄົນອາດຈະພົບບັນຫາກັບອາການຮ້ອນໃນ ມື້ນີ້ແອັດມີສາລະນ່າຮູ້ມາບອກລວມເຖິງວິທີບັນເທົາອາການຮ້ອນໃນໃຫ້ດີຂຶ້ນໄວ ແຕ່ກ່ອນອື່ນເຮົາມາຮູ້ຈັກກັບແຜຮ້ອນໃນກັນໜ້ອຍໜຶ່ງກ່ອນ ແຜຮ້ອນໃນຄືອາການບວມແດງໃນປາກ ລັກສະນະຈະເປັນສີເຫຼືອງຫຼືຂາວເປັນວົງມົນ ອ້ອມຂ້າງຈະບວມແດງເຮັດໃຫ້ເກີດອາການເຈັບແສບໃນປາກ.

ອາການຮ້ອນໃນເກີດຈາກຫຼາຍຢ່າງທັງຄວາມຄຽດສະສົມ ມີການສຽດສີຜິວໜັງໃນປາກ ມີແຜກົດທັບ ຫຼື ກະທັງຜັກຜ່ອນນ້ອຍ ດື່ມນ້ຳບໍ່ພຽງພໍ ອາກາດປ່ຽນ ພູມຕ້ານທານປ່ຽນກໍ່ເປັນຮ້ອນໃນໄດ້ຄືກັນ. ວິທີການບັນເທົາອາການຮ້ອນໃນໃຫ້ດີໄວມີດັ່ງນີ້:

ບ້ວນປາກດ້ວຍນ້ຳເກືອທຸກ 2ຊົ່ວໂມງ ຫຼື ຫຼັງອາຫານທຸກຄາບ
ຫຼີກລຽງນ້ຳຢາປ້ວນປາກທີ່ມີສ່ວນປະສົມ ແອລກໍຮໍ ຫາກມີແຜຂ່ອນຂ້າງໃຫ່ຍສາມາດໃສ່ຜ້າສະອາດແທນການຖູແຂ້ວໄດ້

ເລືອກຢາຖູແຂ້ວທີ່ມີສ່ວນປະສົມຂອງຟລູອໍໄຣດ໌

ນອນຫຼັບພັກຜ່ອນຢ່າງນ້ອຍ 6-8 ຊົ່ວໂມງຕໍ່ຄືນ

ພະຍາຍາມຫຼຸດຄວາມຄຽດແລະດື່ມນ້ຳໃຫ້ພຽງພໍ

ຖ້າຫາກແຜຮ້ອນໃນຍັງບໍ່ດີຂຶ້ນຄວນໄປພົບແພດໝໍເພື່ອພິຈາລະນາຢາທາແຜ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *