ວິທີກຳຈັດກິ່ນເຕົ່າຕິດເສື້ອໃຫ້ໝົດ ກ່ອນຄົນອ້ອມຂ້າງຕີຕົວອອກຫ່າງເພາະທົນບໍ່ໄດ້ ແຖມຍັງເຮັດໃຫ້ໝົດຄວາມໝັ້ນໃຈເພາະກັງວົນເລື່ອງກິ່ນຕົວຕິດເສື້ອຜ້າ. ຫຼາຍຄົນໝົດຄວາມໝັ້ນໃຈເພາະເລື່ອງກິ່ນເຕົ່າຕິດເສື້ອຜ້າ ທີ່ຊັກແນວໃດກິ່ນກໍ່ບໍ່ໝົດໄປຈັກເທື່ອ ມື້ນີ້ແອັດມີວິທີມານຳສະເໜີ ລອງເຮັດເບິ່ງເດີ
ນ້ຳສົ້ມສາຍຊູ: ຖ້າຫາກນຳເສື້ອໄປຕາກແດດແລ້ວພໍເອົາມາໃສ່ປາກົດວ່າກິ່ນເຕົ່າຍັງຢູ່ ໃຫ້ນຳເສື້ອໄປຊັກກັບນ້ຳສົ້ມສາຍຊູ1ຖ້ວຍແກງນ້ອຍ ໂດຍໃສ່ລົງໄປໃນຕູ້ຊັກເຄື່ອງແທນການໃຊ້ແຟັບ ແລ້ວເປີດເຄື່ອງຊັກຕາມຂັ້ນຕອນປົກກະຕິ ກົດອ່ອນໆຂອງນ້ຳສົ້ມສາຍຊູຈະຊ່ວຍກຳຈັດທັງກິ່ນແລະເຊື້ອໂລກ ຕົ້ນເຫດກໍ່ໃຫ້ເກີດກິ່ນເຕົ່າຕິດຕາມເສື້ອ
ໝາກຂາມປຽກ: ນອກຈາກຈະໃຊ້ຂັດຜິວແລ້ວ ຍັງສາມາດນຳມາໃຊ້ກຳຈັດກິ່ນຕິດນຳເສື້ອຜ້າໄດ້ອີກ ພຽງນຳໝາກຂາມປຽກປະສົມນ້ຳພ້ອມກັບຕອງກາບມັນອອກ ແລ້ວເທນ້ຳທີ່ໄດ້ມາລົງໄປໃສ່ບ່ອນເສື້ອສະເພາະບໍລິເວນທີ່ມີກິ່ນໃຫ້ຊຸ່ມ ປະໄວ້ຈັກ10ນາທີ ກ່ອນຈະຊັກເຄື່ອງປົກກະຕິ.
ເກືອ: ສຳລັບຂັ້ນຕອນການກຳຈັດກິ່ນເຕົ່າຕິດເສື້ອດ້ວຍເກືອແມ່ນໃຊ້ເກືອະມານ 1ບ່ວງຕັກແກງ ລົງລະລາຍໃນນ້ຳອຸ່ນ 1ຖ້ວຍ ສຳເລັດແລ້ວກໍ່ທາໃຫ້ທົ່ວບໍລິເວນທີ່ມີກິ່ນເຕົ່າຕິດເທິງເສື້ອ ປະໄວ້ 10ນາທີແລ້ວຈຶ່ງນຳໄປຊັກຕາມປົກກະຕິ.
ນ້ຳຢາຊັກເຄື່ອງ: ຖ້າເປັນຜ້າສີສາມາດກຳຈັດກິ່ນເຕົ່າຈາກເສື້ອໄດ້ດ້ວຍວິທີນີ້ເລີຍ ເລີ່ມຈາກໃຊ້ນຳຢາຊັກເຄື່ອງທາເທິງເສື້ອບໍລິເວນທີ່ມີກິ່ນ ແລ້ວຖູໃຫ້ທົ່ວປະໄວ້ 5ນາທີກ່ອນນຳໄປຊັກປົກກະຕິ ເຊິ່ງວິທີນີ້ຈະເຫັນຜົນດີກວ່າ. ຜົງກາເຟບົດ: ນຳເອົາກາເຟບົດພອກລົງໄປທີ່ເສື້ອສະເພາະບໍລິເວນທີ່ມີກິ່ນ ແລ້ວປະໄວ້ປະມານ 2-3 ຊົວໂມງ ຈາກນັ້ນຈຶ່ງຄ່ອຍນຳໄປຊັກປົກກະຕິ.
ໝາກນາວ: ໝາກນາວກໍ່ເປັນອີກໜຶ່ງຕົວຊ່ວຍກຳຈັດກິ່ນເຕົ່າຕິດເສື້ອໃຫ້ຫາຍຂາດໄດ້ຄືກັນ ທີ່ສຳຄັນວິທີນີ້ບໍ່ຈຳເປັນຕ້ອງນຳໄປຊັກ ໂດຍໃຊ້ນ້ຳໝາກນາວປະສົມກັບນ້ຳສະອາດ ຈາກນັ້ນທາໃຫ້ທົ່ວບໍລິເວນທີ່ມີກິ່ນ ສຳເລັດແລ້ວກໍ່ນຳເອົາເສື້ອໄປຕາກແດດໃຫແຫ້ງ ກໍ່ສາມາດນຳມານຸ່ງຕໍ່ໄດ້ທັນທີເລີຍ.
ແຊ່ເຢັນ: ເນື່ອງຈາກກິ່ນໂຕເກີດຈາກແບັກທີເຣຍ ເຊິ່ງແບັກທີເຣຍເຫຼົ່ານັ້ນສາມາດທຳລາຍໄດ້ດ້ວຍການໃຊ້ຄວາມເຢັນ ສະນັ້ນໃຫ້ນຳເສື້ອທີ່ມີກິ່ນໃສ່ຖົງຢາງພາສຕິກ ແລ້ວນຳໄປແຊ່ໄວ້ປະມານ12ຊົ່ວໂມງຫຼື1ຄືນ ກ່ອນນຳມາໃສ່.