🇻🇳ຜູ້ໄດ້ຮັບຜົນກະທົບຈາກໂຄວິດ ພາກັນເດີນທາງໂດຍລົດຈັກ ອອກຈາກເມືອງ ກັບເມື່ອຕັ້ງຫຼັກທີ່ບ້ານເກີດ

ພາບຂະບວນລົດຈັກ ຜູ້ໄດ້ຮັບຜົນກະທົບຈາກການລ໊ອກດາວ ໃນນະຄອນໂຮຈິມິນ ປະເທດຫວຽດນາມ ຜູ້ຄົນເລີ່ມອອກຈາກເມືອງໃຫຍ່ ແຕ່ວັນທີ 25 ກໍລະກົດ ເພື່ອກັບໄປຕັ້ງຫຼັກທີ່ບ້ານເກີດ

ເຊິ່ງບາງຄົນຕ້ອງເດີນທາງກວ່າ 1.000 ກິໂລແມັດ ຂະບວນລົດດັ່ງກ່າວ ພວກເຂົາໄດ້ມີການພັກລົດ, ນອນເອົາແຮງເປັນໄລຍະ ຜ່ານຫຼາຍເມືອງ ເຊິ່ງລະຫວ່າງທາງມີຜູ້ໃຈບຸນຊ່ວຍແຈກນ້ຳ, ເຂົ້າ ແລະ ເງິນເລັກນ້ອຍ ເພື່ອຊ່ວຍເຫຼືອກັນໃນຍາມລຳບາກ

ໃນສະຖານະການທີ່ກຳລັງຕໍ່ສູ້ກັບໂຄວິດ.ໃນວັນທີ 31 ກໍລະກົດ 2021 ຜ່ານມາ ລັດຖະບານຫວຽດນາມ ໄດ້ກາດສືບຕໍ່ປະຕິບັດມາດຕະການລ໊ອກດາວນະຄອນໂຮຈິມິນ ອອກໄປອີກ 14 ວັນ ຫຼື ຈົນກວ່າການຕິດເຊື້ອໂຄວິດຈະຫຼຸດລົງ ໃນລະດັບທີ່ຄວບຄຸມໄດ້ ແລະ ຄຳສັ່ງໃຫມ່ກວມຫຼາຍແຂວງ ໂດຍຫ້າມປະຊາຊົນອອກຈາກບ້ານເຮືອນ ຕັ້ງແຕ່ເວລາ 18:00 ຫາ 05.00 ໂມງ.

ສ່ວນສະຖານະການລະບາດຂອງພະຍາດໂຄວິດ-19 ຢູ່ຫວຽດນາມ ຮອດວັນທີ 31 ກໍລະກົດ ຜ່ານມາ ມີຜູ້ຕິດເຊື້ອສະສົມ 145.686 ຄົນ, ເສຍຊີວິດສະສົມ 1.306 ຄົນ.

ຂໍ້ມູນຈາກ
