ຄວາມຈິງ! ກ່ຽວກັບ 7 ຄົນໄທ ຫາເຫັດຝັ່ງລາວ ບໍ່ໄດ້ສັກວັກຊິນ

ຄວາມຈິງ! ກ່ຽວກັບ 7 ຄົນໄທ ຫາເຫັດຝັ່ງລາວ ແມ່ນໄດ້ຮັບການກວດຫາພະຍາດໂຄວິດ-19 ແຕ່ບໍ່ໄດ້ຮັບວັກຊິນຄືເປັນຂ່າວ ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ: ຄະນະສະເພາະກິດ ແຂວງຈຳປາສັກ ໄດ້ລາຍງານໃຫ້ຮູ້ວ່າ:

ຈາກກໍລະນີທີ່ສື່ສັງຄົມ ອອນລາຍ ແລະ ສື່ບາງສຳນັກ ຂອງໄທໄດ້ລາຍງານ ຫຼື ອອກຂ່າວທີ່ວ່າມີພົນລະເມືອງ 7 ຄົນ ທີ່ເປັນຄົນສັນຊາດໄທ ປະຊາຊົນຢູ່ ແຂວງອຸບົນລາດຊະທານີ ຣາຊະອານາຈັກໄທໄດ້ເຂົ້າປ່າເພື່ອຊອກເຄື່ອງປ່າຂອງດົງຢູ່ບໍລິເວນຊາຍແດນລາວ-ໄທ ແລະ ໄດ້ພາກັນຫຼົງປ່າເຂົ້າມາດິນແດນລາວ ຢູ່ ແຂວງຈຳປາສັກ ເມື່ອວັນທີ່ 1 ສິງຫາ 2021 ທີ່ຜ່ານມານັ້ນແມ່ນ “ມີມູນຄວາມຈິງ”

ປັດຈຸບັນນີ້ພວກກ່ຽວທັງໝົດໄດ້ຖືກນໍາຕົວໄປຢູ່ສູນຈໍາກັດບໍລິເວນຊົ່ວຄາວຫຼັກ 21 ແຂວງຈໍາປາສັກ, ເພື່ອລໍຖ້າການເຈລະຈາຂອງທັງສອງຝ່າຍ ເພື່ອສົ່ງພວກກ່ຽວກັບບ້ານທັງນີ້, ສະເພາະກໍລະນີ ທີ່ວ່າ 7 ຄົນໄທທີ່ຫຼົງເຂົ້າມາແຂວງ

ຈຳປາສັກໄດ້ຮັບການສັກຢາ ວັກຊິນຕ້ານພະຍາດໂຄວິດ ຈາກລາວຮຽບຮ້ອຍແລ້ວນັ້ນແມ່ນ “ບໍ່ມີມູນຄວາມຈິງ”
