ຂ່າວທົ່ວໄປ
ປກສ ສຶກສາອົບຮົມ! ຜູ້ທີ່ລົງຂ່າວສ້າງຄວາມເຂົ້າໃຈຜິດ

ປກສ ສຶກສາອົບຮົມ! ຜູ້ທີ່ລົງຂ່າວສ້າງຄວາມເຂົ້າໃຈຜິດ ກ່ຽວກັບຄົນໂຕນໜີສູນກັກກັນ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ມີຜູ້ໃຊ້ Facebook ໄດ້ໂພສຂ່າວກ່ຽວກັບເຫດການທີ່ມີຄົນຈີນໂຕນໜີອອກຈາກສູນກັກກັນ ຢູ່ເຂດບ້ານຮ່ອງແກ ຫາ ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງບໍ່ແມ່ນມູນຄວາມຈິງ ແລະເປັນການສ້າງຄວາມເຂົ້າໃຈຜິດໃຫ້ກັບສັງຄົມ

ຜູ້ກໍ່ເຫດຊື່ທ້າວ ສອນເພັດ ອາຍຸ 39 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ດ້ວຍເຫດການດັ່ງກ່າວ ເຈົ້າໜ້າທີ່ຈຶ່ງໄດ້ເອີ້ນຜູ້ກ່ຽວມາສຶກສາອົບຮົມກ່າງເຕືອນ, ພ້ອມທັງໃຫ້ຜູ້ກ່ຽວໄດ້ຊີ້ແຈງການໂພດເຫດການທີ່ບໍ່ຖືກຕ້ອງ ຕາມຄວາມເປັນຈິງຕໍ່ສັງຄົມອອນລາຍ ໃຫ້ເຂົ້າໃຈຖືກຕ້ອງ

ອ່ານເພີ່ມເຕີມ: https://bit.ly/3ytaSe