ຂ່າວທົ່ວໄປ

ແຊຕໍ່ ອອກມາຊິແຈ້ງ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ໃນວັນທີ 6 ສິງຫາ 2021 ເວລາ 13:00 ໂມງ , ຍ້ອນຄວາມບໍ່ພໍໃຈຕໍ່ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ ໃນໄລຍະລ໋ອກດາວ, ເຮັດໃຫ້ມີແຮງງານຊາວມຽນມາປະມານພັນກວ່າຄົນເດີນຂະບວນຮຽກຮ້ອງຕາມຖະໜົນຫົນທາງພາຍໃນເຂດ, ພາຍຫຼັງທີ່ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ , ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ບັນດາຫົວໜ້າພາກສ່ວນທີ່ກ່ຽວຂ້ອງໄດ້ເຈລະຈາໄກ່ເກ່ຍ ,ໂດຍໃຊ້ເວລາປະມານ2 ຊົ່ວໂມງ, ຈຶ່ງສາມາດເຮັດໃຫ້ກຸ່ມຊຸມນຸມດັ່ງກ່າວຍິນຍອມ ແລະ ກັບຄືນສູ່ບ່ອນພັກຂອງຕົນເອງໃນທີ່ສຸດ.

ຍ້ອນການປະສານງານທີ່ວ່ອງໄວ,ຈຶ່ງບໍ່ເກີດມີເຫດການປະທະກັນແຕ່ຢ່າງໃດ,ບໍ່ມີຈຳນວນຜູ້ບາດເຈັບ.ແຕ່ຍ້ອນວ່າມີການລວມຕົວສຳຜັດໃກ້ຊິດກັນເປັນຈຳນວນຫຼາຍ, ຄົນທີ່ກັກຕົວຢູ່ພາກັນໜີອອກຈາກບ່ອນກັກຕົວ. ຝ່າຝືນຕໍ່ກົດລະບຽບ, ເຮັດໃຫ້ມາດຕະການປ້ອງກັນບໍ່ເປັນລະບຽບ ແລະ ເກີດມີກໍລະນີຜູ້ສຳຜັດໃກ້ຊິດເພີ່ມຂຶ້ນຢ່າງຫຼວງຫຼາຍ.ດັ່ງນັ້ນຈຶ່ງຂໍແຈ້ງໃຫ້ບຸກຄົນທີ່ອາໄສຢູ່ພາຍໃນເຂດເອົາໃຈໃສ່ລະມັດລະວັງປ້ອງກັນ,ຫ້າມສຳຜັດໃກ້ຊິດກັບບຸກຄົນທີ່ຍັງບໍ່ຜ່ານການເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.

ກຸ່ມຄົນທີ່ເດີນຂະບວນຮຽກຮ້ອງສ່ວນຫຼາຍແມ່ນກຸ່ມຄົນທີ່ບໍ່ມີວຽກເຮັດ ແລະ ວ່າງງານ , ສ່ວນກຸ່ມຄົນທີ່ມີວຽກເຮັດປົກກະຕິກໍ່ອາໄສຢູ່ບ່ອນເຮັດວຽກຂອງຕົນເອງ. ອົງການປົກຄອງແຂວງໄດ້ມີການປະສານງານກັບທາງມຽນມາເປັນທີ່ຮຽບຮ້ອຍແລ້ວ,ເພື່ອເລັ່ງສົ່ງແຮງງານຊາວມຽນມາກັບຄືນປະເທດໂດຍດ່ວນ, ພ້ອມທັງນຳໃຊ້ມາດຕະການປ້ອງກັນການລະບາດໃນບາດກ້າວຕໍ່ໄປ .
ໃນຄວາມເປັນຈິງ, ຕັ້ງແຕ່ກໍ່ສ້າງເຂດເສດຖະກິດພິເສດ ສາມຫຼ່ຽມຄຳຈົນເຖິງປັດຈຸບັນ. ການນຳເຂດໄດ້ຄຳນຶງເຖິງຄວາມແຕກຕ່າງລະຫວ່າງປະເທດ ແລະ ສະພາບແວດລ້ອມທາງພູມສາດຂອງເຂດ ພ້ອມທັງໃຫ້ສິດທິພິເສດ ແລະ ນະໂຍບາຍຕ່າງໆຕໍ່ແຮງງານຊາວມຽນມາທີ່ອາໄສຢູ່ພາຍໃນເຂດ.
ເຊິ່ງການຮຽກຮ້ອງໃນຄັ້ງນີ້ ເຂດພິເສດໄດ້ໃຫ້ສິດທິພິເສດແກ່ແຮງງານທ້ອງຖິ່ນ ແລະ ປະເທດອ້ອມຂ້າງ, ໂດຍການສະໜອງບ່ອນເຮັດວຽກ, ທີ່ຢູ່ອາໄສ, ຝຶກອົບຮົມຟຣີໃຫ້ແຮງງງານຊາວມຽນມາ ແລະ ຍັງມີການບໍລິການອື່ນໆກ່ຽວກັບການປົກປ້ອງສິດຂອງຜູ້ອອກແຮງງານ.

ໃນໄລຍະລ໋ອກດາວ, ບໍ່ວ່າຈະເປັນຄ່າທີ່ພັກ, ຄ່ານຳ້, ຄ່າໄຟຟ້າ, ຄ່າອາຫານ, ຄ່າກວດໂຄວິດ, ຄ່າຮັກສາປິ່ນປົວ, ຄ່າສັກຢາວັກຊີນຂອງແຮງງານຊາວມຽນມາແມ່ນຟຣີໝົດທຸກຢ່າງ ໂດຍແມ່ນກຸ່ມບໍລິສັດດອກງິ້ວຄຳຈຳກັດ ແລະ ບັນດານັກລົງທຶນເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍດັ່ງກ່າວ. ທຸກໆຄັ້ງທີມີການບໍລິຈາກເຄື່ອງຂອງ, ເຂົ້າສານອາຫານແຫ້ງ, ພືດຜັກຕ່າງໆກໍ່ຄຳນຶງເຖິງແຮງງານຊາວມຽນມາກ່ອນ. ເຂດໄດ້ເອົາໃຈໃສ່ຮັບປະກັນພື້ນຖານການດຳລົງຊີວິດຂອງທຸກໆຄົນທີ່ອາໄສຢຸ່ພາຍໃນເຂດ, ບໍ່ວ່າຈະເປັນຄົນສັນຊາດໃດ, ກໍ່ບໍ່ເຄີຍເກີດມີເຫດການແບບນີ້, ເນື່ອງຈາກການປະຕິບັດມາດຕະການປ້ອງກັນເຮັດໃຫ້ການດຳລົງຊີວິດມີຄວາມຫຍຸ້ງຍາກ ຫຼື ບໍ່ໄດ້ຮັບການຮັກສາປິ່ນປົວຢ່າງທົ່ວເຖີງ.

ເຂດພິເສດເຮົາຫ້າມບໍ່ໃຫ້ມີການເຜີຍແຜ່ຂໍ້ມູນໃດໆທີ່ກ່ຽວກັບການເມືອງ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງ, ແຕ່ຍ້ອນວ່າຍຸກນີ້ແມ່ນຍຸກສັງຄົມສື່ອອນລາຍ. ສະນັ້ນ, ຈຶ່ງມີຄົນຈຳນວນໜຶ່ງນຳໃຊ້ສັງຄົມສື່ອອນລາຍເຜີຍແຜ່ຂໍ້ມູນຂ່າວສານ, ເຮັດໃຫ້ເກີດມີການເຂົ້າໃຈຜິດ, ຍຸຍົງໃຫ້ເກີດມີການຄັດຄ້ານ, ສ້າງບັນຫາແຕກແຍກ ແລະ ອື່ນໆ, ເພື່ອຕໍ່ຕ້ານ ແລະ ສະກັດກັ້ນຕໍ່ກັບພຶດຕິກຳດັ່ງກ່າວ, ເຂດພິເສດຈຶ່ງນຳໃຊ້ມາດຕະການ ແລະ ດຳເນີນການຕາມຂັ້ນຕອນຢ່າງເຂັ້ມງວດ.
ໃນໄລຍະທີ່ທຸກໆຄົນພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳກຳລັງເອົາໃຈໃສ່ເຮັດວຽກຢ່າງໜັກເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດ, ສຳລັບບຸກຄົນທີ່ໃຫ້ການຮ່ວມມືໃນວຽກງານປ້ອງກັນການລະບາດ , ພະນັກງານທີ່ດຸໝັ່ນຕັ້ງໃຈເຮັດວຽກ, ທາງເຂດຈະໃຫ້ໂອກາດພິເສດໃນການເຮັດວຽກ ແລະ ການຮັບປະກັນຄຸ້ມຄອງ. ພຽງແຕ່ອົດທົນ ແລະ ຕໍ່ສູ້ເອົາຊະນະຕໍ່ພະຍາດໂຄວິດໃຫ້ສິ້ນສຸດໂດຍໄວ, ເຂດເຮົາຈຶ່ງສາມາດກັບຄືນສູ່ສະພາບປົກກະຕິໄດ້.

ທຸກໆຫົວໜ່ວຍແຮງງານພາຍໃນເຂດຕ້ອງເພີ່ມມາດຕະການປ້ອງກັນພາຍໃນ ແລະ ເພີ່ມມາດຕະການຄຸ້ມຄອງພະນັກງານຂອງຕົນຢ່າງເຂັ້ມງວດ(ຫ້າມຊຸມແຊວ, ຕ້ອງຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ, ໝັ່ນລ້າງມື ແລະ ຂ້າເຊື້ອເປັນປະຈຳ), ເພີ່ມຄວາມເອົາໃຈໃສ່ທາງດ້ານໂພຊະນາການ, ໂດຍການກິນອາຫານໃຫ້ຄົບ 5 ໝູ່, ໝັ່ນອອກກຳລັງກາຍ ແລະ ການປຶກສາດ້ານຈິດຕະວິທະຍາ, ເສີມສ້າງພູມຕ້ານທານທາງດ້ານຮ່າງກາຍ ແລະ ຈິດໃຈ, ເອົາໃຈໃສ່ປ້ອງກັນຕົນເອງຈາກກຸ່ມຄົນທີ່ຕິດເຊື້ອຢ່າງເຂັ້ມງວດ.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button