ຂ່າວທົ່ວໄປ

ຄໍ່າຄືນດຽວເກີດເຫດ 3 ກໍລະນີ ມີ ຜຸ້ເ ສ ຍ ຊີ ວິ ດ 4 ຄົນ

ຄໍ່າຄືນດຽວເກີດເຫດ 3 ກໍລະນີ ມີຜຸ້ເສຍຊີວິດ 4 ຄົນ ໃນໄລຍະເວລາ 17:15 ໂມງ ຫາ 00:19 ໂມງຂອງວັນທີ 08 ສິງຫາ 2021, ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 3 ກໍລະນີ ແລະ ມີຄົນເສຍຊີວິດ 4 ຄົນ, ຍິງ 2 ຄົນ.
ຜ່ານການລົງກວດກາເກັບກໍາຂໍ້ມູນ ຊັນນະສູດສະຖານທີ່ເກີດເຫດຕົວຈິງ ຂອງເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກໍລະນີທີ່ຜູ້ເສຍຊີວິດມີຄື:

ກໍລະນີທີ 1: ເກີດເຫດຢູ່ເຂດບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ຂັບຂີ່ລົດຊື່ ທ້າວ ຄໍາໃສ ອາຍຸ 56 ປີ ປະຊາຊົນ ຢູ່ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຂັບຂີ່ລົດຈັກ ໝາຍເລກທະບຽນ ຕຂ 2032 ກໍາແພງນະຄອນ ຂັບຂີ່ດ້ວຍຄວາມໄວເກີນກຳນົດ ເຮັດໃຫ້ເສຍຫຼັກຕໍາໃສ່ຄູກາງທາງຈົນເສຍຊີວິດ.

ກໍລະນີທີ 2: ເກີດອຸບັດຕິເຫດ ຢູ່ເຂດບ້ານນາຊອນ ເມືອງປາກງື່ມ ນວ ຜູ້ເສຍຊີວິດຊື່ ທ້າວ ຫັດສະດີ ອາຍຸ 26 ປີ ນັກສຶກສາ ຢູ່ບ້ານນາຊອນ ຜູ້ກ່ຽວຂີ່ລົດຈັກ ໝາຍເລກທະບຽນ ດນ 0512 ກໍາແພງນະຄອນ ຕໍາເອົາທ້າຍລົດບັນທຸກ ປ້າຍທະບຽນ ບຂ 7557 ກໍາແພງນະຄອນ ທີ່ຈອດຢູ່ແຄມທາງ.

ກໍລະນີທີ 3: ມີລົດໃຫຍ່ໝາຍເລກທະບຽນ ລອ 9999 ຂັບຂີ່ມາດ້ວຍຄວາມໄວ ມາຮອດເຂດບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຕຳເອົາລົດຈັກເວບ 100 ໝາຍເລກທະບຽນ ຈຄ 5335 ບໍລິຄໍາໄຊ ທີ່ກໍາລັງຂັບຂີ່ຢູ່ເສັ້ນທາງເຂດດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ຊື່ນາງ ພິດສະໃໝ ອາຍຸ 21 ປີ ນັກສຶກສາ ຢູ່ບ້ານສວນສະຫວັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ພ້ອມກັບໝູ່ອີກ 1 ຄົນເປັນຜູ້ຊ້ອນທ້າຍ ບໍ່ມີຂໍ້ມູນຕິດຕົວ.
ສາເຫດຂອງການເກີດອຸບັດຕິເຫດຄັ້ງນີ້ ແມ່ນເກີດມາຈາກນັກຂັບຂີ່ລົດໃຊ້ດ້ວຍຄວາມໄວເກີນກຳນົດ,ບໍ່ຮັກສາໄລຍະຫ່າງ ແລະ ປ່ຽນທິດທາງການສັນຈອນບໍ່ຮັບປະກັນ.

ຕໍ່ກັບບັນດາເຫດການດັ່ງກ່າວ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ ແລະ ຂໍຮຽກຮ້ອງມາຍັງນັກຂັບຂີ່ລົດທັງຫຼາຍ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ມີສະຕິໃນການຂັບຂີ່, ບໍ່ໃຊ້ຄວາມໄວເກີນກໍານົດ, ບໍ່ລ່ວງໄຟອໍານາດ, ການຊິງແຊງ ແລະ ການປ່ຽນທິດທາງການສັນຈອນ ກໍຕ້ອງໃຫ້ມີຄວາມຮັບປະກັນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button