ຂ່າວທົ່ວໄປ

ແຊຣ໌ຕໍ່ໆ ຝາກໄວ້ໃຫ້ຄິດນຳກັນເດິ້

ຈັກຊິພາກັນປະທວ້ງບໍ່ພໍໃຈຫຍັງເດ ລັດຖະບານເພີ້ນເຮັດດີທີ່ສຸດແລ້ວ ທີ່ມັນໃນບໍ່ສະດວກ ກໍຍ້ອນມັນດ່ວນຈຳນວນຄົນເຂົ້າມາມັນຫລາຍ ຊິໃຫ້ມັນໄດ້ໃຈໝົດທຸກຢ່າງມັນກໍບໍ່ໄດ້ ດີແລ້ວທີ່ເພີ້ນຍັງຮັບມາກັກໂຕ ເບິງແຍງ ລ້ຽງເຂົ້າລ້ຽງນໍ້າ ຄິດເບີງອ້າຍນ້ອງທະຫານຕຳຫລວດເຂົາລຳບາກສຳໃດ

ອົດຫລັບອົດນອນ ປະຄອບຄົວມາຍາມປ້ອງກັນເຝົາພວກເຈົ້າ ແພດໝໍ ເຂົາເມື້ອຍສຳໃດ ມີຄວາມສ່ຽງເພື່ອມາປິ່ນປົວຮັກສາພວກເຈົ້າ ໜ່ວຍສະເພາະກິດພາກສ່ວນທີ່ກ້ຽວຂ້ອງເພີ້ນກະເມື້ອຍຄືກັນ ໄປໆມາໆປະສານວຽກງານ ມັນບໍ່ແມ່ນງ່າຍໆ ມັນບໍ່ດີ ຫລື ຍັງບໍ່ທັນພຽງພໍອັນໃດກະອົດໄປກ່ອນ

ພວກເຈົ້າກະຄົນລາວ ຊິໃຫ້ມັນສະບາຍຄືຢູ່ເຮືອນກະບໍ່ໄດ້ ມີຫຍັງກະອົດທົນໄປກ່ອນ ກັກໂຕກະບໍ່ໄດ້ດົນ ດຽວກະອອກໄປ ພວກເຈົ້າຊິມາປະຈານປະທ້ວງລັດຖະບານອອກໂຊຊຽວມັນບໍ່ຖືກ ມີຫຍັງກະລາຍງານສະເໜີ ພາກສ່ວນທີ່ກ້ຽວຂ້ອງໄປຕາມຂັ້ນຕອນ ຖ້າເພີ້ນຖີ້ມພວກເຈົ້າເພີ້ນຄົງບໍ່ຮັບເຂົ້າມາດອກ.

ຝາກໄວ້ໃຫ້ຄິດນຳກັນ.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button