ຂ່າວທົ່ວໄປ

ເຖິງຂ້ອຍຈະ ຕິ ດ ເ ຊື້ ອ ໂຄ ວິ ດ ແຕ່ຂ້ອຍກະພູມໃຈ ຢ່າງໜ້ອຍກະຕິດໃນການປະຕິບັດໜ້າທີ່ ຮັບໃຊ້ທຸກຄົນ

ຈາກໂພສຜູ້ໃຊ້ເຟສບຸກຊື່ Keng VilayVong ໄດ້ໂພສວ່າ: ຮູ້ຢູ່ວ່າມັນສ່ຽງ ຮູ້ຢູ່ວ່າມັນທ້າທາຍ ກັບພະຍາດໂຄວິດແຕ່ອ້າຍນ້ອງພວກຂ້ອຍກະຍອມເສຍສະຫຼະ ທຸກຢ່າງເພື່ອປະຊາຊົນ ແລະ ບໍ່ເຄີຍຍອມກັບອຸປະສັກປະເຊີນໜ້າ ທຸກສິ່ງທຸກຢ່າງບໍ່ເຄີຍຮຽກຮ້ອງຫວັງຜົນປະໂຫຍດຫຍັງ

ຂ້ອຍຕິດເຊື້ອ ຂ້ອຍກະພູມໃຈຢ່າງໜຶ່ງ ຢ່າງໜ້ອຍກະຕິດໃນການປະຕິບັດໜ້າທີ່ ຮັບໃຊ້ທຸກຄົນ ແລະ ບໍ່ເຄີຍປະໝາດກັບສິ່ງທີ່ຢູ່ທາງໜ້າ ຄວາມເປັນຫ່ວງເປັນໃຍອ້າຍນ້ອງ ອາສາທຸກຄົນ ແລະ ຂໍໃຫ້ປອດໄພທຸກຄົນຂໍໃຫ້ຜ່ານມັນໄປດ້ວຍດີ

(ຂອບໃຈອ້າຍນ້ອງທຸກຄົນທີ່ຍັງເປັນຫ່ວງເປັນໃຍ ແລະ ຂອບໃຈໝົດທຸກຄົນທີ່ຄ່ອຍໃຫ້ກຳລັງໃຈຕະຫຼອດ

#ທີ່ສຳຄັນຄວາມເປັນຫ່ວງຜູ້ທີ່ຢູ່ດ້ານຫຼັງແລະກຳລັງໃຈກະຄືຄອບຄົວຍາດພີ່ນ້ອງ ທີ່ບໍ່ຖິ້ມກັນໃນມື້ທີ່ມັນທຸກລຳບາກ ແລະ ຜິດພາດບາງສິ່ງບາງຢ່າງ

ຂອບໃຈທຸກຄຳຕັກເຕືອນທຸກຢ່າງ ແລະ ຄວາມຜິດພາດ ຫຼື ປະສົບການ ອາດສອນໃຫ້ເຮົາເຂັ້ມແຂງກວ່າເກົ່າ) ຮັກແລະຄິດຮອດສະເໝີເດີ 

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button