ສ່ວນປະສົມເຄື່ອງດື່ມຫຼຸດໄຂມັນ
- ນ້ຳບໍລິສຸດ 2 ຖ້ວຍ
- ໝາກນາວ 1 ໜ່ວຍ
- ກ້ານຜັກເຊີຣລີ
ວິທີເຮັດເຄື່ອງດື່ມ
- ຫັ່ນກ້ານຜັກເຊີຣລີເປັນຊີ່ນນ້ອຍໆ
- ໃສ່ລົງໄປເຄື່ອງປັ່ນ+ນ້ຳແລະໝາກນາວລົງໄປ
- ຈາກນັ້ນປັ່ນປະສົມໃຫ້ເຂົ້າກັນເປັນເນື້ອດຽວ
ວິທີດື່ມ
- ດື່ມເຄື່ອງດື່ມນີ້ທັນທີ່ເມື້ອເຮັດສຳເລັດແລະຄວນດື່ມໃນຕອນເຊົ້າຂະນະທ້ອງວ່າງ
- ເຮົາຂໍແນະນຳໃຫ້ທ່ານດື່ມເຄື່ອງດື່ມນີ້ 5 ວັນຕິດຕໍ່ກັນຈາກນັ້ນໃຫ້ຫຍຸດ 10 ວັນ
ປະໂຫຍດອາຫານທີ່ຈະໄດ້ຮັບ
- ຜັກເຊີລີອຸດົມໄປດ້ວຍວິຕາມິນ A ; B , C
- ຊ່ວຍເລັ້ງການເຜົາຜານອາຫານ ແລະ ຊ່ວຍເພີ່ມການເຮັດວຽກຂອງລະບົບຍ່ອຍອາຫານ
- ນອກຈາກນີ້ຍັງຊ່ວຍຫຼຸດນ້ຳໜັກແລະຊ່ວຍຈັດການກັບບັນຫາປະຈຳເດືອນມາບໍ່ປົກກະຕິ ແລະ ຍັງຊ່ວຍລ້າງສານຜິດໃນຮ່າງກາຍໄດ້ເປັນຢ່າງດີ ເຊີ່ງ ຈະສົ່ງຜົນຕໍ່ການເຮັດວຽກຂອງຫົວໃຈໄດ້ດີຍີ່ງຂື້ນ
- ແກ່ນມີສັບພະຄຸນຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ຫຼຸດຄວາມດັນເລືອດ ດ້ວຍການໃຊ້ແກ່ນແຫ່ງ 7.5 ກຼາມນຳມາແຊ້ກັບນ້ຳຮ້ອນປະມານ 5-10 ນາທີ ດື່ມກ່ອນອາຫານ ເຊົ້າ-ແລງ(ແກ່ນ)
- ທັງຕົ້ນແລະແກ່ນມີລົດເຜັດຮ້ອນ ມີກີ່ນຫອມ ໃຊ້ເປັນຢາຂັບຂີ່ກະເທີ້ແລະນ້ຳລາຍໄດ້ດີ(ແກ່ນ;ທັງຕົ້ນ)
- ຊ່ວຍແກ້ອາການຄື້ນໄສ້ປວດຮາກ(ແກ່ນ;ທັງຕົ້ນ)
- ມີສັບພະຄຸນເປັນຢາແກ້ອາການສະເອິກ(ໃບ)
- ມີສັບພະຄຸນເປັນຢາຊ່ວຍຂັບລົມໃນທ້ອງ ແກ້ອາການຈຸກສ່ຽບ ແລະ ຊ່ວຍໃນການຍ່ອຍອາຫານ(ແກ່ນ;ທັງຕົ້ນ)
- ໃຊ້ເປັນຢາຂັບປັດສະຫວະ(ແກ່ນ;ທັງຕົ້ນ)
- ຊ່ວຍເຮັດໃຫ້ມົດລູກຂອງຜູ້ຍິງຫຼັງເກີດລູກເຂົ້າອູ່ໄວຂື້ນ(ແກ່ນ;ທັງຕົ້ນ)
- ຊ່ວຍບັນເທົາອາການເຈັບປວດຕາມຄໍ້(ແກ່ນ;ທັງຕົ້ນ)
ຂະໜາດແລະວິທີໃຊ້: ຕົ້ນແຫ່ງປະມານ 10-20 ກຼາມ ສ່ວນຕົ້ນສົດໃຫ້ໃຊ້ 30-50 ກຼາມ ແລະ ແກ່ນໃຫ້ໃຊ້ 5-10 ກຼາມ ນຳມາຕົ້ມກັບນ້ຳແລ້ວດື່ມ ຫຼື ໃຊ້ຮ່ວມກັບຕົວຢາອື້ນໆໃນຕຳລັບຢາຕາມຕ້ອງການ