ມືນີ້ທາງທີມງານພູຜາມີເດຍ ຈະຂໍນໍາສະເຫນີບົດຄວາມທີ່ຫນ້າສົນໃຈອີກບົດຄວາມຫນຶ່ງ ເຊິ່ງເມື່ອເວົ້າເຖິງອາຍຸແລ້ວ ຫລາຍໆຄົນກໍ່ອາດບອກວ່າມັນເປັນພຽງໂຕເລກເທົ່ານັ້ນ ແຕ່ທີ່ຈິງແລ້ວມັນອາດມີຜົນກັບຊີວິດເຮົາໃນອະນາຄົດ ທີ່ເຮົາບໍ່ສາມາດແກ້ໄຂ ຫລື ເຮັດມັນໄວ້ໄດ້ໃນອະດີ. ດັ່ງນັ້ນ, ມື້ນີ້ຈິ່ງຂໍນໍາສະເຫນີໃນຫົວຂໍ້ທີ່ວ່າ 5 ຢ່າງທີ່ຕ້ອງມີກ່ອນຈະຮອດອາຍຸ 30 ປີ
- ຕ້ອງມີທີ່ມາຂອງລາຍໄດ້ທີ່ແນ່ນອນ ແລະ ຕໍ່ເນື່ອງ ບໍ່ວ່າເຮົາຈະມີວຽກປະຈໍາ, ວຽກອິດສະຫລະ ຫລື ທຸລະກິດສ່ວນຕົວ ທຸກຢ່າງຈະຕ້ອງເປັນສິ່ງທີ່ສາມາດສ້າງລາຍໄດ້ປະຈໍາໃຫ້ຢ່າງສະຫມໍ່າສະເຫມີ, ການມີທີ່ມາທີ່ໄປຂອງການເງິນທີ່ແນ່ນອນ ກໍ່ຈະສ້າງໃຫ້ເຮົາເປັນບຸກຄົນທີ່ຫນ້າເຊື່ອຖື ໃນເລື່ອງຂອງຫລັກຖານການເງິນ ໂດຍສະເພາະເມື່ອຕ້ອງມີການຢືມສິນເຊື່ອຈາກທະນາຄານຕ່າງໆ ເພື່ອຈະສ້າງຫລັກປັກຖານ, ເມື່ອເຮົາມີອາຍຸຄົບ 30 ເຮົາມີຄວາມຫມັ້ນຄົງທາງວຽກງານ ແລະ ການເງິນແລ້ວ ເຮົາກໍ່ຈະມີພື້ນຖານຊີວິດທີພຽງພໍ ແລະ ພ້ອມກ້າວເຂົ້າສູ່ອາຍຸ 40 ຢ່າງຫມັ້ນຄົງ.
- ຕ້ອງມີເງິນເກັບຍາມສຸກເສີນ ແນ່ນອນວ່າແຕ່ເຮົາເກີດມາ ໂມງຊີວິດຂອງເຮົາກໍ່ເລີ່ມນັບຖອຍຫລັງສູ່ຄວາມເຖົ້າແກ່ທັນທີ. ດັ່ງນັ້ນ, ເມື່ອເຮົາມີອາຍຸເພີ່ມຂຶ້ນ ເຮົາກໍ່ຈະເຫລືອເວລານ້ອຍລົງ, ການສ້າງເປົ້!ຫມາຍໃນການເກັບເງິນ ແລະ ມີວິໄນໃນແຕ່ລະເດືອນຕັ້ງແຕ່ອາຍຸ 30 ກໍ່ຈະເຮັດເຮັດໃຫ້ເຮົາປະຫລາດໃຈກັບເງິນທີ່ເກັບໄດ້. ນອກຈາກການເກັບເງິນແລ້ວ ເຮົາກໍ່ຄວນຫາວິທີໃຫ້ເກີດເກີດດອກອອກຜົນ ເຊິ່ງເມື່ອເຖິງພາວະຄັບຂັນເຊັ່ນ: ເຈັບປ່ວຍ, ເກີດອຸປະຕິເຫດ ຫລື ຄອບຄົວລໍາບາກ ເຮົາກໍ່ຈະມີຄວາມພ້ອມທີ່ຈະຮັບມື ແລະ ຊ່ວຍເຫລືອຄົນໃນຄອບຄົວໄດ້ທັນທີ.
- ຮູ້ຈັກການບໍລິການຈັດການຫນີ້ສິນ ພຸດທະສຸພາສິດກ່າວໄວ້ວ່າ “ການບໍ່ມີຫນີ້ເປັນລາບອັນປະເສີດ” ເມື່ອເຮົາເວົ້າເຖິງຄໍາວ່າຫນີ້ແລ້ວ ກໍ່ຈະມີຢູ່ 2 ແບບດ້ວຍກັນຄື ຫນີ້ດີ ແລະ ຫນີ້ບໍ່ດີ, ການບໍລິຫານຈັດການຫນີ້ ຖືໄດ້ວ່າເປັນທັກສະທີ່ຄວນສຶກສາຢ່າງຍິ່ງ ແລະ ມີວິໄນຕັ້ງແຕ່ເລີ່ມຕົ້ນ, ຈະເປັນຫນີ້ກໍ່ຕໍ່ເມື່ອເປັນພາລະໃນໄລຍະເວລາດົນນານເທົ່ານັ້ນ ເຊິ່ງຫນີ້ທີ່ເຮົາມີນັ້ນຄວນຈະເປັນຫນີ້ດີເທົ່ານັ້ນເຊັ່ນ ເຮືອນ, ດິນປຸກສ້າງ ຫລື ທຸລະກິດເພື່ອຕໍ່ຍອດອະນາຄົດ ເຊິ່ງຫນີ່ທີ່ມີຄວນເຫມາະສົມກັບລາຍໄດ້ທີ່ມີ ຄືບໍ່ເກີນ 50% ຂອງລາຍໄດ້ປະຈໍາ.
- ຕ້ອງມີບ້ານກ່ອນມີລົດ ຖ້າມີງົບປະມານຊື້ບ້ານກ່ອນອາຍຸ 30 ກໍ່ຈະເປັນການດີ ທັງໃນເລື່ອງໄລຍະເວລາການຜ່ອນ, ຍອດການຜ່ອນທີ່ນ້ອຍກວ່າ ແລະ ການກູ້ຢືມເງິນຊື້ທີ່ພັກອາໄສໃນຊ່ວງອາຍຸ 30 ນັ້ນ ເຖິງແມ່ນວ່າຈະຜ່ອນຈ່າຍທຸກໆເດືອນ ແຕ່ວ່າການໄດ້ເປັນເຈົ້າຂອງບ້ານກໍ່ຈະມາເຖິງໄວຂຶ້ນເທົ່ານັ້ນ, ຈາກເງິນຕົ້ນທີ່ຫັກຫນີ້ໄປ ລວມເຖິງມູນຄ້າຂອງບ້ານ ແລະ ມູນຄ່າດິນ ທີ່ສູງຂຶ້ນໄປໃນແຕ່ລະປີ ແຕ່ການຊື້ນັ້ນບໍ່ໄດ້ຫລຸດມູນຄ່າໄປນໍາ, ແຕກຕ່າງຈາກການຊື້ລົດ ທີ່ມີແຕ່ຈະຫລຸດມູນຄ່າຕາມຄວາມເສື່ອມ ແລະ ມີຄ່າໃຊ້ຈ່າຍຕ່າງໆທັງຄ່ານໍ້າມັນ ແລະ ຄ່າບໍາລຸງຮັກສາຕະຫລອດອາຍຸການໃຊ້ວຽກ.
- ຕ້ອງຄິດຄູນສອງເລື່ອງຄອບຄົວ ເຖິງແມ່ນວ່າປັດຈຸບັນ ຈະເປັນເທຣນທີ່ຄົນພາກັນແຕ່ງງານມີຄອບຄົວຊ້າ, ແຕ່ການບໍລິຫານການເງິນ ແລະ ຊີວິດຫລາຍກ່ວາ 2 ຄົນຂຶ້ນໄປ ໂດຍສະເພາະເມື່ອມີລູກແລ້ວກໍ່ຈະເປັນເລື່ອງທີ່ຍາກຂຶ້ນໄປອີກເທົ່າໂຕ, ຄ່າໃຊ້ຈ່າຍກໍ່ຈະສູງຂຶ້ນໄປອີກ. ດັ່ງນັ້ນ, ການຕຽມຄວາມພ້ອມເລື່ອງການເງິນ ຈິ່ງຄວນວາງແຜນຕັ້ງແຕ່ເຮົາຢູ່ຕົວຄົນດຽວ ໂດຍມີວິທີຄິດຄືຄວນໃຊ້ຊີວິດກ່ອນອາຍຸ 30 ດ້ວຍການຄິດຄູນສອງໃນທຸກໆມິຕິເຊັ່ນ: ການອອມເງິນ, ການຫາທີ່ພັກອາໃສທີ່ແນ່ນອນ (ຖ້າພ້ອມກໍ່ຊື້ ຫລື ດາວບ້ານ), ຊື້ລົດ (ເລີ່ມຈາກລົດຈັກ) ແລະ ວິທີການເປັນຫນີ້, ເພາະເມື່ອເຮົາອາຍຸ 30 ແລະ ໄດ້ມີການວາງແຜນທີ່ດີໃນດ້ານຕ່າງໆແລ້ວ ເຮົາກໍ່ພ້ອມທີ່ຈະເບິ່ງແຍງຊີວິດໃຜບາງຄົນ ແລະ ເບິ່ງແຍງສະມາຊິກໃນຄອບຄົວດ້ວຍຄວາມຫມັ້ນຄົງ.